ບັນດາປະເທດ ອີຢູ ເຫັນດີຕໍ່ກຳນົດເວລາລົງໂທດ ລັດເຊຍ ຕື່ມອີກ

(VOVWORLD) - ວັນທີ 06 ກັນຍາ, ສຳນັກຂ່າວສານ TASS ໃຫ້ຮູ້ວ່າ: ບັນດາຜູ້ຕາງໜ້າປະຈຳຂອງ 28 ປະເທດສະມາຊິກສະຫະພາບ ເອີຣົບ (ອີຢູ) 
ບັນດາປະເທດ ອີຢູ ເຫັນດີຕໍ່ກຳນົດເວລາລົງໂທດ ລັດເຊຍ ຕື່ມອີກ - ảnh 1 (ພາບປະກອບ)

ຫາກໍ່ເຫັນດີເປັນເອກະສັນຕໍ່ກຳນົດເວລາຄຳສັ່ງລົງໂທດ ລັດເຊຍ ຕື່ມອີກ 6 ເດືອນ, ເລີ່ມຕົ້ນແຕ່ວັນທີ 15 ກັນຍາຈະມາເຖິງ. ເລື່ອງຕັດສິນດັ່ງກ່າວ ຕ້ອງໄດ້ຮັບການຮັບຮອງເອົາຈາກຄະນະກຳມະການ ເອີຣົບ ກ່ອນວັນທີ 15 ກັນຍາ ແລະ ຈະໄດ້ອັບເດດລົງໃນພາຫະນະສື່ມວນຊົນຂອງ ອີຢູ ກ່ອນທີ່ມີຜົນສັກສິດ.

        ກ່ອນໜ້ານັ້ນ, ເມື່ອເດືອນ ມີນາ, ຄຳສັ່ງລົງໂທດ ລັດເຊຍ ຂອງ ອີຢູ ໄດ້ຕໍ່ກຳນົດເວລາຕື່ມອີກ 6 ເດືອນ ຈົນຮອດວັນທີ 15 ກັນຍາ 2017. ໃນຈຸດເວລານັ້ນ, ບັນຊີລາຍຊື່ລົງໂທດລວມມີ 146 ບຸກຄົນ ແລະ 37 ບໍລິສັດ. ເຖິງຢ່າງໃດກໍ່ຕາມ, ວັນທີ 4 ສິງຫາ ຜ່ານມາ, ອີຢູ ໄດ້ເພີ່ມເຕີມ 3 ບຸກຄົນ ແລະ 3 ບໍລິສັດ ລັດເຊຍ ເຂົ້າຮ່ວມການສະໜອງຕວກບິນອາຍແກສ ໃຫ້ Crimea.

ຕອບກັບ

ຂ່າວ/ບົດ​ອື່ນ