ບັນດາ​ປະ​ເທດ ອາຊີ ກະກຽມຍົກຍ້າຍກໍາມະກອນ​ຕໍ່ໜ້າສະພາບ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ ອາ​ເມ​ລິ​ກາ - ອີຣານ ພວມປິນ​ຂັ້ນ​ໄດ

(VOVWORLD) -ບັນດາປະເທດ ອາຊີ ພວມກະກຽມຍົກຍ້ອຍບັນດາກໍາມະກອນຕ່າງປະເທດ ອອກຈາກ ອີຣັກ ແລະ ອີຣານ ຕໍ່ໜ້າສະພາບການ ຄວາມເຄັ່ງຕຶງລະຫວ່າງ ເຕເຮຣານ ແລະ ວໍຊີງຕັນ ພວມປິນຂັ້ນໄດ. 

        ສໍານັກຂ່າວສານ AP ໄດ້ໃຫ້ຂ່າວວ່າ ບັນດາປະເທດ ອາຊີ ພວມກະກຽມຍົກຍ້ອຍບັນດາກໍາມະກອນຕ່າງປະເທດ ອອກຈາກ ອີຣັກ ແລະ ອີຣານ ຕໍ່ໜ້າສະພາບການ ຄວາມເຄັ່ງຕຶງລະຫວ່າງ ເຕເຮຣານ ແລະ ວໍຊີງຕັນ ພວມປິນຂັ້ນໄດ. ທ່ານປະທານາທິບໍ ຟິລິບປິນ Rodrigo Duterte ໄດ້ອອກຄໍາສັ່ງໃຫ້ທະຫານ ຟິລິບປິນ ກຽມພ້ອມຈັດເຮືອບິນ ແລະ ກໍ່າປັ່ນ ເພື່ອແນໃສ່ດໍາເນີນການເຄື່ອນໄຫວຍົກຍ້າຍໃນກໍລະນີຄວາມເຄັ່ງຕຶງເພີ່ມຂຶ້ນອີກ.

        ໃນຂະນະນັ້ນ, ບັນດາເຈົ້າໜ້າທີ່ ສ.ເກົາຫຼີ ພວມປຶກສາຫາລືກ່ຽວກັບວິທີເພີ່ມທະວີການປ້ອງກັນຄວາມປອດໄພໃຫ້ແກ່ຊາວ ສ.ເກົາຫຼີເກືອບ 1.900 ຄົນ ທີ່ຢູ່ສອງປະເທດ ອາຊີຕາເວັນຕົກນີ້, ສ່ວນໂຄສົກກະຊວງການຕ່າງປະເທດ ອິນເດຍ ກ່າວກັບ ສໍານັກຂ່າວສານ AP ວ່າ ປະເທດນີ້ ຍັງບໍ່ທັນມີແຜນການຍົກຍ້າຍພົນລະເມືອງຂອງປະເທດຕົນເທື່ອ.


ຕອບກັບ

ຂ່າວ/ບົດ​ອື່ນ