ບັນດາປະເທດ ອາຊີ ແລະ ອາເມລິກາ ເລີ່ມດຳເນີນຝຶກຊ້ອມການປ້ອງກັນຄວາມໝັ້ນຄົງທາງທະເລ

(VOVWORLD) - ຕາມທ່ານ Balilo ແລ້ວ, ການຝຶກຊ້ອມນີ້ເພື່ອແນໃສ່ຊ່ວຍໃຫ້ບັນດາປະເທດແກ້ໄຂບັນດາຄວາມວິຕົກວັງວົນລວມຕໍ່ໜ້າບັນດາໄພນາບຂູ່ສຳລັບຄວາມໝັ້ນຄົງໃນການເດີນເຮືອຢູ່ພາກພື້ນ ອາຊຽນ

 ວັນທີ 28 ສິງຫາ, ບັນດາການຝຶກປ້ອງກັນຄວາມໝັ້ນຄົງທາງທະເລ ມີຊື່ວ່າ: ການຝຶກຊ້ອມຮົມ ແລະການຮ່ວມມື ອາຊີຕາເວັນອອກສ່ຽງໃຕ້ (SEACAT) ເລີ່ມດຳເນີນຢູ່ປະເທດ ຟີລິບປິນ ດ້ວຍການເຂົ້າຮ່ວມຂອງລູກເຮືອ ແລະ ສະມາຊິກກຳລັງປ້ອງກັນຝັ່ງທະເລ 100 ຄົນຂອງ 8 ປະເທດ ອາຊີ ແລະ ອາເມລິກາ. ຄາດວ່າ, ເຫດການນີ້ຈະແກ່ຍາວເປັນເວລາ 1 ອາທິດ. ທ່ານ Armand Balilo, ໂຄສົກຂອງກຳລັງປ້ອງກັນຝັ່ງທະເລ ຟີລິບປິນ ໃຫ້ຮູ້ວ່າ: ການຝຶກຊ້ອມປີນີ້ມີການເຂົ້າຮ່ວມຂອງບັນດາປະເທດຄື: ບັງກະລາເທດ, ບຣູໄນ, ອິນໂດເນເຊຍ, ມາເລເຊຍ, ສິງກະໂປ, ໄທ, ຫວຽດນາມ, ຟີລິບປິນ ແລະ ອາເມລິກາ. ຕາມທ່ານ Balilo ແລ້ວ, ການຝຶກຊ້ອມນີ້ເພື່ອແນໃສ່ຊ່ວຍໃຫ້ບັນດາປະເທດແກ້ໄຂບັນດາຄວາມວິຕົກວັງວົນລວມຕໍ່ໜ້າບັນດາໄພນາບຂູ່ສຳລັບຄວາມໝັ້ນຄົງໃນການເດີນເຮືອຢູ່ພາກພື້ນ ອາຊຽນຄືການ ຫາປາຜິດກົດໝາຍ, ການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ ແລະ ຄ້າຂາຍມະນຸດ. ໄປຄຽງຄູ່ກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການກ່ຽວຂ້ອງເຖິງຄວາມໝັ້ນຄົງໃນການເດີນທະເລຂອງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ