ບັນດາປະເທດ ອາຊີກາງ ແລະ ອີຢູ ອອກຖະແຫຼງການຮ່ວມ ໂດຍເນັ້ນໜັກເຖິງການປົກປ້ອງ JCPOA

(VOVWORLD) -ບັນດາລັດຖະມົນຕີການຕ່າງປະເທດ ຂອງ ກຽກກີສະຖານ, ຕັດຈີກິດສະຕັງ, ຕວກເມນິດສະຕັງ, ອຸດສະເບກິດສະຕານ ແລະ ກາຊັກສະຖານ ໄດ້ຈັດກອງປະຊຸມຢູ່ ບຣຸກແຊນ ປະເທດແບນຊິກ ໃນຂອບເຂດຂອງກອງປະຊຸມສຸດຍອດເອີຣົບ ແລະ ອາຊີີກາງ ໄດ້ອອກຖະແຫຼງການຮ່ວມໃນວາລະອັດກອງປະຊຸມ.

ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊີກາງ ແລະ ເຈົ້າໜ້າທີ່ຂັ້ນສູງຂອງ ສະຫະພາບ ເອີຣົບ (ຫຼື ອີຢູ) ໄດ້ອອກຖະແຫຼງການຮ່ວມ ໂດຍເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງປົກປ້ອງ ແລະ ສະໜັບສະໜູນທຸກແງ່ມູມຂອງຂໍ້ຕົກລົງນິວເຄຼຍຂອງ ອີຣານ ຫຼືເອີ້ນວ່າ ແຜນການດໍາເນີນງານຮ່ວມຮອບດ້ານ ຫຼື JCPOA ແລະ ຊົມເຊີຍເລື່ອງ ອີຣານ ປະຕິບັດບັນດາຄໍາໝັ້ນສັນຍາຂອງປະເທດນີ້ ໃນຂໍ້ຕົກລົງນິວເຄຼຍ.

        ວັນທີ 24 ພະຈິກ, ສໍານັກຂ່າວສານ IRNA ໄດ້ຖະແຫຼງວ່າ, ໃນວັນທີ 23 ພະຈິກ, ບັນດາລັດຖະມົນຕີການຕ່າງປະເທດ ຂອງ ກຽກກີສະຖານ, ຕັດຈີກິດສະຕັງ, ຕວກເມນິດສະຕັງ, ອຸດສະເບກິດສະຕານ ແລະ ກາຊັກສະຖານ ໄດ້ຈັດກອງປະຊຸມຢູ່ ບຣຸກແຊນ ປະເທດແບນຊິກ ໃນຂອບເຂດຂອງກອງປະຊຸມສຸດຍອດເອີຣົບ ແລະ ອາຊີີກາງ ຄັ້ງທີ 14 ໄດ້ອອກຖະແຫຼງການຮ່ວມໃນວາລະອັດກອງປະຊຸມ.

        ຖະແຫຼງການດັ່ງກ່າວ ຖືການຮ່ວມມືລວມລະຫວ່າງບັນດາປະເທດ ອີຢູ ແລະ ອາຊີກາງ ໃນບັນດາຂົງເຂດປ້ອງກັນຄວາມສະຫງົບ ແລະ ເສດຖະກິດ ເປັນສໍາຄັນ, ກໍຄື ຊົມເຊີຍຕໍ່ເລື່ອງອີຣານ ປະຕິບັດບັນດາຄໍາໝັ້ນສັນຍານິວເຄຼຍໃນ  JCPOA  ຢ່າງ ຄົບຖ້ວນ ແລະ ມີປະສິດທິຜົນ, ພ້ອມທັງເຫັນດີຕໍ່ບົດລາຍງານຫຼ້າສຸດຂອງ ອົງການພະລັງງານປະລະມານູສາກົນ (IAEA) ແລະ ເນັ້ນໜັກເຖິງຄວາມສໍາຄັນຂອງການປົກປ້ອງທຸກແງ່ມູມຂອງ JCPOA.


ຕອບກັບ

ຂ່າວ/ບົດ​ອື່ນ