ບັນດາປະເທດ ອາຊຽນ ຕີລາຄາສູງບົດບາດຂອງ ຫວຽດນາມ ຢູ່ ເມັກຊີໂກ

(VOVWORLD) - ບັນດາເອກອັກຄະລັກຖະທູດຂອງບັນດາປະເທດ ອາຊຽນ ປະຈຳ ເມັກຊີໂກ ລວມມີ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ ໄດ້ຢືນຢັນເຖິງຄວາມສຳຄັນຂອງການເພີ່ມທະວີຄວາມສາມັກຄີໃນກຸ່ມ ກໍ່ຄືຊຸກຍູ້ການພົວພັນທຸກດ້ານ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ ແລະ ວັດທະນະທຳ ກັບ ເມັກຊີໂກ.

ວັນທີ 18 ກໍລະກົດ, ເອກອັກຄະລັດຖະທູດບັນດາປະເທດ ໄທ, ອິນໂດເນເຊຍ, ຟີລິບປິນ ແລະ ມາເລເຊຍ ໄດ້ຕີລາຄາສູງຕໍ່ບົດບາດຂອງ ຫວຽດນາມ ເມື່ອດຳລົງຕຳແໜ່ງເປັນປະທານຜັດປ່ຽນຄະນະກຳມະການສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ປະຈຳ ເມັກຊີໂກ (ACMC) ໃນໄລຍະ 6 ເດືອນຕົ້ນປີ ໃນການເພີ່ມທະວີການພົວພັນຂອງກຸ່ມກັບປະເທດປະຈຳຖິ່ນ.

ບັນດາປະເທດ ອາຊຽນ ຕີລາຄາສູງບົດບາດຂອງ ຫວຽດນາມ ຢູ່ ເມັກຊີໂກ - ảnh 1ບັນດາເອກອັກຄະລັດຖະທູດ ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ (ພາບ:/TTXVN)

        ທີ່ພິທີມອບ-ຮັບຕຳແໜ່ງເປັນປະທານຜັດປ່ຽນ ACMC ໃຫ້ ອິນໂດເນເຊຍ, ທ່ານ ເຈິ່ນແທງເຕິມ ທີ່ປຶກສາຂອງສະຖານທູດ ຫວຽດນາມ, ຮັບຜິດຊອບ ອາຊຽນ ໄດ້ສະຫລຸບບັນດາການເຄື່ອນໄຫວຂອງ ACMC ໃນ 6 ເດືອນຕົ້ນປີ 2019, ໃນນັ້ນ ລວມມີເລື່ອງຈັດຕັ້ງບັນດາກອງປະຊຸມສຳມະນາ, ການພົບປະກັບເຈົ້າໜ້າທີ່ຂອງປະເທດປະຈຳຖິ່ນ ແນໃສ່ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີໃນປະຊາຄົມ ອາຊຽນ, ກໍ່ຄືຊຸກຍູ້ຄວາມເຂົ້າໃຈກັນລະຫວ່າງ ອາຊຽນ - ເມັກຊີໂກ.

        ບັນດາເອກອັກຄະລັກຖະທູດຂອງບັນດາປະເທດ ອາຊຽນ ປະຈຳ ເມັກຊີໂກ ລວມມີ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ ໄດ້ຢືນຢັນເຖິງຄວາມສຳຄັນຂອງການເພີ່ມທະວີຄວາມສາມັກຄີໃນກຸ່ມ ກໍ່ຄືຊຸກຍູ້ການພົວພັນທຸກດ້ານ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ ແລະ ວັດທະນະທຳ ກັບ ເມັກຊີໂກ, ປະກອບສ່ວນຍົກສູງພາບພົດ ແລະ ອິດທິພົນຊື່ສຽງຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ