ບັນ​ດາ​ປະ​ເທດ​ ອາ​ຊຽນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ມາດ​ຕະ​ການ “ຟື້ນ​ຟູ​ການ​ຮຽນ, ສ້າງ​ລະ​ບົບ​ການ​ສຶກ​ສາ​ຄືນ​ໃໝ່”

(VOVWORLD) -ຕອນບ່າຍວັນທີ 16 ມີນາ, ພາຍຫຼັງຮັບຕຳແໜ່ງປະທານການສຶກສາ ອາຊຽນ ອາຍຸການ 2022 – 2023, ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ໄດ້ສົມທົບກັບ Cambridge Partnership for Education ແລະ ຄະນະເລຂາ ອາຊຽນ ຈັດຕັ້ງກອງປະຊຸມທາງໄກ ປຶກສາຫາລືກ່ຽວກັບມາດຕະການ “ຟື້ນຟູການຮຽນ, ສ້າງລະບົບການສຶກສາຄືນໃໝ່”.
ບັນ​ດາ​ປະ​ເທດ​ ອາ​ຊຽນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ມາດ​ຕະ​ການ “ຟື້ນ​ຟູ​ການ​ຮຽນ, ສ້າງ​ລະ​ບົບ​ການ​ສຶກ​ສາ​ຄືນ​ໃໝ່” - ảnh 1ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ ເຂົ້າຮ່ວມການປຶກສາຫາລືທາງໄກ (ພາບ: VOV5)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ເນັ້ນໜັກວ່າ ກອງປະຊຸມຈະແມ່ນໂອກາດເພື່ອໃຫ້ບັນດາປະເທດ ອາຊຽນ ພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນປະສົບການຕົວຈິງກ່ຽວກັບວິວັດການຟື້ນຟູໃນຂົງເຂດການສຶກສາຂອງແຕ່ລະປະເທດ ແລະ ຂອງທັງປະຊາຄົມ. ພ້ອມດຽວກັນນັ້ນກໍເຊື່ອໝັ້ນວ່າ ການແບ່ງປັນໃນກອງປະຊຸມຄັ້ງນີ້ເປັນປະໂຫຍດຕໍ່ການໜູນຊ່ວຍບັນດາປະເທດໃນພາກພື້ນ ແລະ ຝ່າຍທີ່ກ່ຽວຂ້ອງສ້າງນະໂຍບາຍ ແລະ ພັດທະນາຂໍ້ລິເລີ່ມເພື່ອແນໃສ່ຟື້ນຟູ, ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ລະບົບການສຶກສາໃຫ້ຢູ່ໃນລະດັບຕ່ຳສຸດ.

        ໃນກອງປະຊຸມດັ່ງກ່າວ, ລັດຖະມົນຕີການສຶກສາ ອາຊຽນ ພ້ອມກັນແລກປ່ຽນກ່ຽວກັບເລື່ອງຟື້ນຟູການຮຽນ, ການສອນ, ສ້າງລະບົບການສຶກສາຄືນໃໝ່ ດ້ວຍ 3 ຫົວເລື່ອງຕົ້ນຕໍ: ການຂາດຄວາມຮູ້ ແລະ ເພີ່ມທະວີການຮຽນ, ໄດ້ຮ່ຳຮຽນ ແລະ ສ້າງລະບົບການສຶກສາໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ