ບັນດາປະເທດ ອາຊຽນ ຮຽກຮ້ອງໃຫ້ປະຊາຄົມໂລກ ລົບລ້າງຄຳສັ່ງລົງໂທດຕໍ່ມຽນມາ

ບັນດາປະເທດ ອາຊຽນ ຮຽກຮ້ອງໃຫ້ປະຊາຄົມໂລກ ລົບລ້າງຄຳສັ່ງລົງໂທດຕໍ່ມຽນມາ - ảnh 1
ທ່ານ​ປະທານາທິບໍດີ ມຽນມາ U Thein Sein
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 13/7, ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hunsen ​ໄດ້ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ມຽນມາ U Thein Sein ຢູ່​ນອກ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ອາ​ຊຽນ - ​ອາ​ເມ​ລິ​ກາ ຖືກ​ດຳ​ເນີນ​ຢູ່ Siem Reap ປະ​ເທດ ກຳປູ​ເຈຍ. ທີ່​ກາ​ນພົບ​ປະ, ທ່ານ​ປະທານາທິບໍດີ Thein Sein  ​ແຈ້ງ​​ໃຫ້ ​ທ່ານ Hunsen  ຊາບ​ ກ່ຽວ​ກັບ​ບັນດາ​ຄວາມ​ຕັ້ງໜ້າ​ໃນ​ການ​ປະຕິຮູບຢູ່ ມຽນມາ ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ Thein Sein ຂອບ​ອົກ​ຂອບ​ໃຈ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ໄດ້​ຮຽກຮ້ອງ​ໃຫ້ ປະຊາ​ຄົມ​​ໂລກ ລົບ​ລ້າງ​ບັນດາ​ມາດ​ຕະການ​ລົງ​ໂທດ ມຽນມາ. ​ແລະ​ ກໍ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ຢູ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ ອາ​ຊຽນ - ​ອາ​ເມ​ລິ​ກາ, ທ່ານ​ປະທານາທິບໍດີ Thein Sein ຢັ້ງຢືນ​ວ່າ​: ມຽນມາ ພວມ ຢືນ​ຕໍ່ໜ້າ “ກາລະ​ໂອກາດ​ສຳຄັນ”, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງວ່າ ມຽນມາ ຈະ​ດຶງ​ດູດ​ການລົງທຶນຈາກ​ຕ່າງປະ​ເທດ​ກວ່າ​ອີກ. ທ່ານ​ເຊື່ອ​ໝັ້ນ​ວ່າ, ຝ່າ​ຍຕ່າງໆ​ຈະ​ສ້າງ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ຜົນ​ປະ​ໂຫຍ​ດ, ບົນ​ພື້ນຖານ​ເຄົາລົບ​ເຊິ່ງການ ​ແລະ ກັນ. ​ແລະກໍ​ໃນ​ວັນ​ທີ 13/7, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ Jonh Baird ​ໃຫ້​ຮູ້​ວ່າ: ກາ​ນາ​ດາ ຈະ​ເປີດ​ສະຖານທູດ ຢູ່ ມຽນມາ ​ເຖິງ​ວ່າ​​ໄລຍະ​ເວລາ​ໂດຍ​ລະອຽດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ກຳນົດ​ເທື່ອ.

ຂ່າວ/ບົດ​ອື່ນ