ບັນດາປະເທດ ອາຊຽນ ໃຫ້ຄຳໝັ້ນສັນຍາຮ່ວມມືກັນເພື່ອການຮັບປະກັນເສດຖະກິດພາກພື້ນເປັນປົກກະຕິ

(VOVWORLD) - AFMGM ຄັ້ງທີ 2 ປີ 2023 ເພື່ອແນໃສ່ຕິດຕາມ ແລະ ອັບເດດຄວາມຄືບໜ້າໃນການປະຕິບັດບັນດາເນື້ອໃນເສດຖະກິດບຸລິມະສິດ (PED) ແລະ ປຶກສາຫາລືຫຼາຍບັນຫາເຊິ່ງບັນດາປະເທດສະມາຊິກ ອາຊຽນ ມີຄວາມສົນໃຈ.
ບັນດາປະເທດ ອາຊຽນ ໃຫ້ຄຳໝັ້ນສັນຍາຮ່ວມມືກັນເພື່ອການຮັບປະກັນເສດຖະກິດພາກພື້ນເປັນປົກກະຕິ - ảnh 1ກອງປະຊຸມ ຈັດຂຶ້ນແຕ່ວັນທີ 22-25 ສິງຫາ, ຢູ່ ກາຈາຕາ, ປະເທດ ອິນໂດເນເຊຍ
(ພາບ: Antara)

        ໂດຍສືບຕໍ່ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ (AFMGM) ເມື່ອເດືອນ ມີນາ 2023 ຢູ່ເກາະ ບາລີ, AFMGM ຄັ້ງທີ 2 ປີ 2023 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຈັດຂຶ້ນແຕ່ວັນທີ 22-25 ສິງຫາ, ຢູ່ ກາຈາຕາ, ປະເທດ ອິນໂດເນເຊຍ, ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາ ແລະ ການຮ່ວມມື ເພື່ອແນໃສ່ຮັກສາເສດຖະກິດພາກພື້ນເປັນປົກກະຕິ. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ທີ່ມາຈາກ 9 ປະເທດ ອາຊຽນ, ລວມມີ: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ, ພ້ອມກັບຜູ້ຕາງໜ້າ ຕີມໍແລດສເຕ ດ້ວຍຖານະເປັນນັກສັງເກດການ.

        AFMGM ຄັ້ງທີ 2 ປີ 2023 ເພື່ອແນໃສ່ຕິດຕາມ ແລະ ອັບເດດຄວາມຄືບໜ້າໃນການປະຕິບັດບັນດາເນື້ອໃນເສດຖະກິດບຸລິມະສິດ (PED) ແລະ ປຶກສາຫາລືຫຼາຍບັນຫາເຊິ່ງບັນດາປະເທດສະມາຊິກ ອາຊຽນ ມີຄວາມສົນໃຈ. ກອງປະຊຸມໄດ້ສຸມໃສ່ບາງໂຄງການດຳເນີນງານທາງການ, ຄື: ອັບເດດນະໂຍບາຍກ່ຽວກັບການອຸປະຖຳພື້ນຖານໂຄງລ່າງ ແລະ ສົ່ງເສີມການເງິນແບບຍືນຍົງ. ຄາດວ່າ, ກອງປະຊຸມຈະຮັບຮອງເອົາຖະແຫຼງການຮ່ວມຂັ້ນລັດຖະມົນຕີ (JMS).

ຕອບກັບ

ຂ່າວ/ບົດ​ອື່ນ