ບັນດາປະເທດ ອາຟຣິກາໃຕ້ ຈະປຶກສາຫາລືນະໂຍບາຍປົກປັກຮັກສາປ່າ Amazon

(VOVWORLD) -  ວັນທີ 28 ສິງຫາ, ທ່ານປະທານາທິບໍດີ ບຣາຊິນ Jair Bolsonaro ປະກາດວ່າ ບັນດາປະເທດ ອາຟຣິກາໃຕ້ ຈະຈັດກອງປະຊຸມ ເພື່ອປຶກສາຫາລືນະໂຍບາຍລວມໃນການປົກປັກຮັກສາປ່າ Amazon. ກອງປະຊຸມນີ້ຈະໄດ້ດຳເນີນຢູ່ປະເທດ ໂກລົມເບຍ ໃນວັນທີ 06 ກັນຍາ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫລັງການພົບປະກັບທ່ານປະທານາທິບໍດີ ຈີເລ Sebastian Pinera ຢູ່ນະຄອນຫລວງ Brasilia, ທ່ານປະທານາທິບໍດີ Bolsonaro ໃຫ້ຮູ້ວ່າ: ການພົບປະກັບການນຳບັນດາປະເທດໃນພາກພື້ນ, ເວັ້ນເສຍແຕ່ ເວເນຊູເອລາ, ຈະປຶກສາຫາລືນະໂຍບາຍລວມໃນການປົກປັກຮັກສາປ່າ Amazon.

        ໃນຖະແຫຼງການຮ່ວມ ບຣາຊິນ - ຈີເລ: ການນຳ 2 ປະເທດກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື 2 ຝ່າຍ ແລະ ການໜູນຊ່ວຍດ້ານການເງິນສາກົນໃນການແກ້ໄຂວິກິດການສິ່ງແວດລ້ອມຢູ່ປ່າ Amazon.

ຕອບກັບ

ຂ່າວ/ບົດ​ອື່ນ