ບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ ເຂົ້າ​ຮ່ວມ​ການ​ນຳ​ສະ​ເໜີ​ຂໍ້​ລິ​ເລີ່ມ​ສັນ​ຕິ​ພາບ​ໃຫ້​ແກ່​ການ​ປະ​ທະ​ກັນ ຢູ່ຢູ​ແກຼນ

(VOVWORLD) - ການນຳ ອາຟະລິກາ 6 ຄົນ ຈະໄປຍັງ ມົດສະກູ ແລະ Kiev ໃນໄລຍະເວລາໄວທີ່ສຸດເທົ່າທີ່ໄວໄດ້ ເພື່ອຊ່ວຍຊອກຫາມາດຕະການໃຫ້ແກ່ການປະທະກັນດັ່ງກ່າວ.
ບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ ເຂົ້າ​ຮ່ວມ​ການ​ນຳ​ສະ​ເໜີ​ຂໍ້​ລິ​ເລີ່ມ​ສັນ​ຕິ​ພາບ​ໃຫ້​ແກ່​ການ​ປະ​ທະ​ກັນ ຢູ່ຢູ​ແກຼນ - ảnh 1ທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa (ພາບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງ Cape Town ໃນວັນທີ 16 ພຶດສະພາ, ທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky ໄດ້ເຫັນດີຕ້ອນຮັບຄະນະຜູ້ຕາງໜ້າ ແລະ ບັນດາການນຳ ອາຟະລິກາ ເພື່ອແນໃສ່ຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນຢູ່ ຢູແກຼນ. ຄາດວ່າ, ການນຳ ອາຟະລິກາ 6 ຄົນ ຈະໄປຍັງ ມົດສະກູ ແລະ Kiev ໃນໄລຍະເວລາໄວທີ່ສຸດເທົ່າທີ່ໄວໄດ້ ເພື່ອຊ່ວຍຊອກຫາມາດຕະການໃຫ້ແກ່ການປະທະກັນດັ່ງກ່າວ.

        ທ່ານປະທານາທິບໍດີ Ramaphosa ໃຫ້ຮູ້ວ່າ ທ່ານໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ລັດເຊຍ ແລະ ຢູແກູນ ໃນທ້າຍອາທິດຜ່ານມາ ເພື່ອນຳສະເໜີຂໍ້ລິເລີ່ມຂອງບັນດາປະເທດ ອາຟະລິກາໃຕ້, ຊຳບີ, ເຊເນການ, ສ. ກົງໂກ, ອູກັນດາ ແລະ ອີຢິບ.  

ຕອບກັບ

ຂ່າວ/ບົດ​ອື່ນ