ບັນດາປະເທດ ອາຣັບ ຊົມເຊີຍຄວາມມານະພະຍາຍາມຂອງ ອາເມລິກາ ໃນວິວັດທະນາການສັນຕິພາບ ຢູ່ຕາເວັນອອກກາງ

(VOVWORLD) - ໃນຖະແຫຼງການທີ່ໄດ້ຍົກອອກມາທີ່ກອງປະຊຸມຢູ່ ນະຄອນຫຼວງ ກາຍໂຣ (ປະເທດ ອີຢິບ), ລັດຖະມົນຕີການຕ່າງປະເທດ ປາແລດສະຕີນ, ອີຢີບ ແລະ ຈໍແດນ ຊົມເຊີຍບົດບາດຂອງ ອາເມລິກາ ໃນການຊອກຫາສັນຕິພາບລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ. 
 

ບັນດາປະເທດ ອາຣັບ ຊົມເຊີຍຄວາມມານະພະຍາຍາມຂອງ ອາເມລິກາ ໃນວິວັດທະນາການສັນຕິພາບ ຢູ່ຕາເວັນອອກກາງ - ảnh 1

 ທ່ານ Jared Kushner, ຜູ້ປຶກສາຂັ້ນສູງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ ນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu 

(ພາບ: EPA/TTXVN)

ວັນທີ 19 ສິງຫາ, ບັນດາລັດຖະມົນຕີການຕ່າງປະເທດຂອງ ປາແລດສະຕີນ, ອີຢິບ ແລະ ຈໍແດນ ໄດ້ສະແດງການສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ອາເມລິກາ ສຳລັບວິວັດທະນາການສັນຕິພາບຢູ່ ຕາເວັນອອກກາງ. ໃນຖະແຫຼງການທີ່ໄດ້ຍົກອອກມາທີ່ກອງປະຊຸມຢູ່ ນະຄອນຫຼວງ ກາຍໂຣ (ປະເທດ ອີຢິບ), ລັດຖະມົນຕີການຕ່າງປະເທດ ປາແລດສະຕີນ, ອີຢີບ ແລະ ຈໍແດນ ຊົມເຊີຍບົດບາດຂອງ ອາເມລິກາ ໃນການຊອກຫາສັນຕິພາບລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ. ບັນດາລັດຖະມົນຕີການຕ່າງປະເທດ ກໍ່ຫວັງວ່າ ອຳນາດການປົກຄອງ ວໍຊິງຕັນ ຈະເພີ່ມທະວີຄວາມມານະພະຍາຍາມໃນໄລຍະຈະມາເຖິງ.

        ຖະແຫຼງການດັ່ງກ່າວໄດ້ຍົກອອກມາກ່ອນການຢ້ຽມຢາມ ຕາເວັນອອກກາງ ຂອງຄະນະປະຕິບັດງານຈາກ ທຳນຽບຂາວ, ໃນນັ້ນມີທ່ານ Jared Kushner, ຜູ້ປຶກສາຂັ້ນສູງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.

ຕອບກັບ

ຂ່າວ/ບົດ​ອື່ນ