ບັນດາປະເທດ ອາຣັບ ປຶກສາຫາລືກ່ຽວກັບສະພາບການຢູ່ ກາຊາ

(VOVWORLD) - ຢູ່ນອກເຫດການນີ້, ບັນດາກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດລະຫວ່າງບັນດາປະເທດ GCC ກັບ ອີຢິບ, Morocco ແລະ ຈໍແດນ ກໍ່ໄດ້ຈັດຂຶ້ນເພື່ອເພີ່ມທະວີການຮ່ວມມື ແລະ ປຶກສາຫາລືບັນດາບັນຫາຮີບດ່ວນທີ່ກ່ຽວຂ້ອງເຖິງສະພາບການຢູ່ເຂດ ກາຊາ ທີ່ພວມຖືກປິດລ້ອມ.
ບັນດາປະເທດ ອາຣັບ ປຶກສາຫາລືກ່ຽວກັບສະພາບການຢູ່ ກາຊາ - ảnh 1ເດັກນ້ອຍບໍ່ມີເຮືອນຢູ່ຍ້ອນການປະທະກັນເກີດຂຶ້ນຢູ່ເຊດ ກາຊາ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ກອງປະຊຸມປະຈຳຄັ້ງທີ 159 ຂອງສະພາລັດຖະມົນຕີການຕ່າງປະເທດຂຶ້ນກັບສະພາຮ່ວມມືເຂດອ່າວເປີເຊຍ (GCC) ໄດ້ດຳເນີນໃນວັນທີ 3 ມີນາ, ຢູ່ສຳນັກງານ GCC ຢູ່ນະຄອນຫຼວງ Riyadh ຂອງປະເທດ ອາຣັບບິ ຊາອຸດິ. ກອງປະຊຸມນີ້ໂດຍທ່ານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ກາຕາ Sheikh Mohammed Al – Thani ເປັນປະທານ.

        ຢູ່ນອກເຫດການນີ້, ບັນດາກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດລະຫວ່າງບັນດາປະເທດ GCC ກັບ ອີຢິບ, Morocco ແລະ ຈໍແດນ ກໍ່ໄດ້ຈັດຂຶ້ນເພື່ອເພີ່ມທະວີການຮ່ວມມື ແລະ ປຶກສາຫາລືບັນດາບັນຫາຮີບດ່ວນທີ່ກ່ຽວຂ້ອງເຖິງສະພາບການຢູ່ເຂດ ກາຊາ ທີ່ພວມຖືກປິດລ້ອມ.

        ລັດຖະມົນຕີບັນດາປະເທດ GCC ຊີ້ແຈ້ງຄວາມສຳຄັນຂອງເລື່ອງບັນລຸໄດ້ຄຳສັ່ງຢຸດຍິງໃນທັນທີຢູ່ເຊດ ກາຊາ ແລະ ຮັບປະກັນຄວາມໝັ້ນຄົງໃຫ້ແກ່ບັນດາແລວໜູນຊ່ວຍເພື່ອສະໜອງການໜູນຊ່ວຍມະນຸດສະທຳ, ທັນຍາພືດ ແລະ ການແພດໃຫ້ແກ່ປະຊາຊົນ ປາແລດສະຕິນ. ບັນດາລັດຖະມົນຕີການຕ່າງປະເທດ GCC ກໍ່ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມສະກັດກັັ້ນບັນດາການກະທຳລະເມີດກົດໝາຍສາກົນ, ພິເສດແມ່ນກົດໝາຍວ່າດ້ວຍມະນຸດສະທຳຢູ່ເຂດ ກາຊາ ແລະ ສະໜັບສະໜູນວິວັດການສັນຕິພາບ ຕາມທິດຮັບປະກັນສິດຂອງປະຊາຊົນ ປາແລດສະຕິນ ໃນການສ້າງລັດເອກະລາດກັບ ເຂດ Jerusalem ຕາເວັນອອກ ແມ່ນນະຄອນຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ