ບັນດາປະເທດ ອາຣັບ ຮຽກຮ້ອງໃຫ້ ອາເມລິກາ ປະລະຄຳຕັດສິນກ່ຽວກັບ Jerusalem

(VOVWORLD) -  ຄຳຕັດສິນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໂດຍຮັບຮອງ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ ແມ່ນ “ລະເມີດກົດໝາຍສາກົນຢ່າງຮ້າຍແຮງ”

ບັນດາປະເທດ ອາຣັບ ຮຽກຮ້ອງໃຫ້ ອາເມລິກາ ປະລະຄຳຕັດສິນກ່ຽວກັບ Jerusalem - ảnh 1

ການຈາລະຈົນຍັງເກີດຂຶ້ນລະຫວ່າງຊາວ ປາແລດສະຕິນ ແລະ ກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອນ ພາບຫຼັງຄຳຕັດສິນຂອງ ທ່ານ Trump

ວັນທີ 9 ທັນວາ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ສະມາຊິກ ສະຫະພັນ ອາຣັບ (AL) ໄດ້ຮຽກຮ້ອງໃຫ້ ອາເມລິກາ ປະລະຄຳຕັດສິນຮັບຮອງ Jerusalem ແມ່ນນະຄອນຫຼວງ ຂອງ ອິດສະຣາແອນ ແລະ ຖືວ່າ: ການກະທຳນີ້ຈະເພີ່ມທະວີການໃຊ້ຄວາມຮຸນແຮງໃນພາກພື້ນ. ໃນຖະແຫຼງການພາຍຫຼັງກອງປະຊຸມດ່ວນຢູ່ນະຄອນຫຼວງ ກາຍໂຣ, ປະເທດ ອີຢິບ, AL ໃຫ້ຮູ້ວ່າ: ຄຳຕັດສິນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໂດຍຮັບຮອງ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ ແມ່ນ “ລະເມີດກົດໝາຍສາກົນຢ່າງຮ້າຍແຮງ”, ບໍ່ມີຜົນສັກສິດ. ບັນດາລັດຖະມົນຕີການຕ່າງປະເທດ AL ຖືວ່າ: ຄຳຕັດສິນຂອງທ່ານປະທານາທິບໍດີ ອາເມລິກາ ບໍ່ມີການກະທົບກ່ຽວກັບດ້ານນິຕິກຳ ຫາກພຽງແຕ່ເພີ່ມທະວີຄວາມເຄັ່ງຕຶງ, ຍູ້ຍົງສົ່ງເສີມການຄຽດແຄນ ແລະ ນາບຂູ່ພາກພື້ນຕົກເຂົ້າສູ່ສະພາບການຈາລະຈົນ ແລະ ການໃຊ້ຄວາມຮຸນແຮງຫຼາຍກ່ວາອີກ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ລີບານ Gebran Bassil ຖືວ່າ ບັນດາປະເທດ ອາຣັບ ຄວນຄິດໄລ່ຊັ່ງຊາຈັດວາງບັນດາມາດຕະການລົງໂທດດ້ານເສດຖະກິດແນໃສ່ ອາເມລິກາ, ເພື່ອແນໃສ່ສະກັດກັ້ນເລື່ອງ ວໍຊິງຕັນ ໄດ້ກ່າວຮຽກຮ້ອງໃຫ້ດຳເນີນກອງປະຊຸມສາກົນໂດຍ ສປຊ ຈັດຕັ້ງ, ເພື່ອແນໃສ່ຢັ້ງຢືນຄຸນຄ່າດ້ານນິຕິກຳຂອງບັນດາມະຕິກ່ຽວຂ້ອງເຖິງບັນຫາ ປາແລດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ