ບັນດາປະເທດ ອາຣັບ ເຫັນດີຕໍ່ກຳນົດເວລາສຸດທ້າຍກັບ ກາຕາ

(VOVWORLD) - ວັນທີ 03 ກໍລະກົດ, ໂທລະພາບແຫ່ງລັດ Arabiya TV ຂອງ ອາຣັບບິ ຊະອຸດິ ໄດ້ໃຫ້ຂ່າວວ່າ ບັນດາປະເທດ ອາຣັບ ປິດລ້ອມ ກາຕາ ໄດ້ເຫັນດີຕໍ່ກຳນົດເວລາສຸດທ້າຍ ຕື່ມອີກ 48 ຊົ່ວໂມງໃຫ້ ກາຕາ 
ບັນດາປະເທດ ອາຣັບ ເຫັນດີຕໍ່ກຳນົດເວລາສຸດທ້າຍກັບ ກາຕາ - ảnh 1 ທ່ານ Mohammed bin Abdulrahman al-Thani ລັດຖະມົນຕີການຕ່າງປະເທດ ກາຕາ (ພາບ:  AFP/TTXVN)

ໃນການປະຕິບັດບັນຊີລາຍຊື່ຄຳຮຽກຮ້ອງຕ່າງໆຂອງບັນດາປະເທດນີ້,  ໃນຂະນະທີ່ກຳນົດເວລາສຸດທ້າຍນັ້ນ ໄດ້ສິ້ນສຸດໃນຄ່ຳຄືນຂອງວັນທີ 02 ກໍລະກົດ ຢ່າງເປັນທາງການ ຕາມເວລາທ້ອງຖິ່ມ.

        ກ່ອນໜ້ານັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ອີຕາລີ ພາຍຫລັງການຢ້ຽມຢາມ ອາເມລິກາ, ທ່ານ Mohammed bin Abdulrahman al-Thani ລັດຖະມົນຕີການຕ່າງປະເທດ ກາຕາ ຖືວ່າ: “ຄຳຂາດ” ຂອງບັນດາປະເທດ ອາຣັບ ແລະ ເຂດອ່າວ ເປີເຊຍ ບໍ່ເລັ່ງໃສ່ຈຸດປະສົງແກ້ໄຂບັນຫາກໍ່ການຮ້າຍ, ຫາກແມ່ນການລ່ວງລະເມີດອະທິປະໄຕ ແລະ ເຮັດໃຫ້ ກາຕາ ອ່ອນເພຍລົງ.

ຕອບກັບ

ຂ່າວ/ບົດ​ອື່ນ