ບັນ​ດາ​ປະ​ເທດ ໃນ​ພ​າກ​ພື້ນ ແມ່​ນ້ຳ​ຂອງ - ລ້ານ​ຊ້າງ ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການຮ່ວມ​ມື​ພັດ​ທະ​ນາ​

(VOVWORLD) - ໃນລະຫວ່າງ ວັນທີ 27 -28 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເວທີປາໄສ ແມ່ນ້ຳຂອງ - ລ້ານຊ້າງ ກ່ຽວກັບການພັດທະນາ ດ້ານເຕັກໂນໂລຢີຖະແຫຼງຂ່າວ ແລະ ການສື່ສານແບບຍືນຍົງ (ICT)”, ໂດຍມີການເຂົ້າຮ່ວມຂອງບັນດາຄະນະຜູ້ແທນ ລາວ, ກຳປູເຈຍ, ຈີນ, ມຽນມາ, ໄທ ແລະ ຫວຽດນາມ. 
ບັນ​ດາ​ປະ​ເທດ ໃນ​ພ​າກ​ພື້ນ ແມ່​ນ້ຳ​ຂອງ - ລ້ານ​ຊ້າງ ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການຮ່ວມ​ມື​ພັດ​ທະ​ນາ​ - ảnh 1ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເວທີປາໄສ ແມ່ນ້ຳຂອງ - ລ້ານຊ້າງ ກ່ຽວກັບການພັດທະນາ ດ້ານເຕັກໂນໂລຢີຖະແຫຼງຂ່າວ ແລະ ການສື່ສານແບບຍືນຍົງ (ICT)”ໄດ້ໄຂຂຶ້ນຢູ່ ວຽງຈັນຢ່າງເປັນທາງການ (ພາບ: TTXVN

ກ່າວຄຳເຫັນທີ່ພິທີເປີດໃນວັນທີ 27 ມິຖຸນາ, ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ  ໂທລະຄົມມະນາຄົມ  ແລະ ການສື່ສານ ລາວ ຢັ້ງຢືນວ່າ: ດ້ວຍລະດັບການເຕີບໂຕຢ່າງໄວວາ ແລະ ໃນສະໄໝເສດຖະກິດ ດີຈີຕອນປັດຈຸບັນ, ICT ແລະ ເຕັກໂນໂລຢີຈະສວມບົດບາດສຳຄັນໃນການພັດທະນາເສດຖະກິດ - ສັງຄົມຢູ່ແຕ່ລະປະເທດ. ທ່ານ ທອງໃສ ຊານໄຊຍະ ໄດ້ສະແດງຄວາມຫວັງວ່າ ບັນດາປະເທດໃນພາກພື້ນຈະເພີ່ມທະວີການຮ່ວມມືໃນຂອບເຂດການຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ ໃຫ້ຫຼາຍກ່ວາອີກເພື່ອບັນລຸໄດ້ບັນດາຜົນງານໃນການພັດທະນາແບບຍືນຍົງ, ຮອບດ້ານ ຢູ່ພາກພື້ນໃນຂົງເຂດ ICT, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ.

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ ແລະ ຜູ້ຕາງໜ້າບັນດາປະເທດໄດ້ແບ່ງປັນບັນດາບົດຮຽນໃນການສ້າງນະໂຍບາຍ, ຮ່າງກົດໝາຍວ່າດ້ວຍເຕັກໂນໂລຢີ, ໃນນັ້ນໄດ້ເຕື້ອງເຖິງວິທີການນຳໃຊ້ ICT ຢູ່ແຕ່ປະເທດ, ບັນດາແຜນການ ແລະ ການຊີ້ນຳຂອງແຕ່ລະປະເທດໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ, ເສດຖະກິດດີຈີຕອນ ແລະ ການຫັນປ່ຽນເຕັກນິກດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ