ບັນດາປະເທດຕີລາຄາສູງວຽກງານກະກຽມ AIPA 41 ຂອງຫວຽດນາມ

(VOVWORLD) -ນີ້ແມ່ນຄັ້ງທີ 3 ສະພາແຫ່ງຊາດຫວຽດນາມ ຮັບດຳລົງຕຳແຫນ່ງປະທານ AIPA 

ບັນດາປະເທດຕີລາຄາສູງວຽກງານກະກຽມ AIPA 41 ຂອງຫວຽດນາມ - ảnh 1ທ່ານນາງ ຫງວຽນເຕື່ອງເວີນ ເລຂາທິການໃຫຍ່ ສະພາລັດຖະສະພາລະຫວ່າງຊາດ ອາຊຽນ 

ພາບ:vietnam+ 

ໃນສະພາບການເກີດໂລກລະບາດໂຄວິດ 19, ເລື່ອງສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າການຫັນປ່ຽນຮູບການຈັດກອງປະຊຸມຜ່ານທາງອອນລາຍ ເປັນການສະແດງໃຫ້ເຫັນຄວາມໄຫວພິບ ແລະ ຈິດໃຈຄວາມຮັບຜິດຊອບ, ຄວາມຕັດສິນໃຈ ເມື່ອດຳລົງຕຳແຫນ່ງບົດບາດເປັນປະທານ AIPA ຢ່າງສຳເລັດຜົນ. ຕາມທ່ານນາງ ຫງວຽນເຕື່ອງເວີນ ເລຂາທິການໃຫຍ່ ສະພາລັດຖະສະພາລະຫວ່າງຊາດ ອາຊຽນ ແລ້ວ, ວຽກງານກະກຽມຢ່າງລອບຄອບຖິ່ຖ້ວນ, ເປັນມືອາຊີບຂອງ ສະພາແຫ່ງຊາດ ຫວຽດນາມ ໃຫ້ແກ່ AIPA 41 ໄດ້ສ້າງຂີດໝາຍອັນດີງາມ ແລະ ຄວາມເຊື່ອໝັ້ນໃນເພື່ອນມິດສາກົນ, ພາກພື້ນ. ເມື່ອຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມ ປະຈຳ ຈາກາຕາ ກ່ອນດຳເນີນກອງປະຊຸມສຳຄັນນີ້ ທ່ານນາງ ຫງວຽນເຕື່ອງເວີນ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 3 ສະພາແຫ່ງຊາດຫວຽດນາມ ຮັບດຳລົງຕຳແຫນ່ງປະທານ AIPA ແລະ ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA ແລະ ເປັນຄັ້ງທຳອິດໃນປະຫວັດສາດ ກອງປະຊຸມນີ້ ຖືກຈັດຂຶ້ນຜ່ານທາງ ອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ