ບັນ​ດາ​ປະ​ເທດຕີ​ລາ​ຄາ​ສູງ​ແບບ​ຢ່າງ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -  ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຈະປະສົບກັບສິ່ງທ້າທາຍຫຼາຍຢ່າງ. ດັ່ງນັ້ນ, ປະຊາຊົນຕ້ອງເປັນໃຈກາງຂອງທຸກນະໂຍບາຍ, ໂຄງການ, ເປົ້າໝາຍຕ່າງໆ, ເພີ່ມທະວີຂອບເຂດ ແລະ ລະບອບລະບຽບການນິຕິກຳແຫ່ງຊາດ.
ບັນ​ດາ​ປະ​ເທດຕີ​ລາ​ຄາ​ສູງ​ແບບ​ຢ່າງ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)

ວັນທີ 24 ພຶດສະພາ ຢູ່ນິວຢອກ, ອາເມລິກາ, ໃນຂອບເຂດກອງປະຊຸມຂອງສະພາເສດຖະກິດ - ສັງຄົມ ສປຊ (ECOSOC) ກ່ຽວກັບການເຄື່ອນໄຫວພັດທະນາ, ໄດ້ດຳເນີນວາລະເຈລະຈາລະຫວ່າງບັນດາປະເທດ ແລະ ຜູ້ປະສານງານຂອງບັນດາປະເທດ ແລະ ອົງການຕ່າງໆຂອງ ສປຊ ປະຈຳ ນິວຢອກ ເພື່ອແລກປ່ຽນກ່ຽວກັບບົດຮຽນ, ປະສົບການຂອງບັນດາປະເທດໃນການສົມທົບກັບອົງການ ສປຊ ຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ.

        ກ່າວຄໍາເຫັນໃນຖານະເປັນຜູ້ບັນລະຍາຍທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຈະປະສົບກັບສິ່ງທ້າທາຍຫຼາຍຢ່າງ. ດັ່ງນັ້ນ, ປະຊາຊົນຕ້ອງເປັນໃຈກາງຂອງທຸກນະໂຍບາຍ, ໂຄງການ, ເປົ້າໝາຍຕ່າງໆ, ເພີ່ມທະວີຂອບເຂດ ແລະ ລະບອບລະບຽບການນິຕິກຳແຫ່ງຊາດ.

        ເມື່ອແລກປ່ຽນທີ່ກອງປະຊຸມ, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ທ່ານນາງ Pauline Tamesis, ເຊິ່ງເປັນຜູ້ຕາງໜ້າໃຫ້ ສປຊ ແລະ ຫຼາຍປະເທດ ໄດ້ຕີລາຄາສູງແບບຢ່າງຂອງ ຫວຽດນາມ ແລະ ບົດບາດນຳພາຂອງລັດຖະບານ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ໂດຍຖືວ່າ ຫວຽດນາມ ແມ່ນບົດຮຽນສຳເລັດຜົນໃນການສົມທົບກັບ ສປຊ ແລະ ບັນດາປະເທດໄດ້ຢ່າງມີປະສິດທິຜົນ, ພິເສດແມ່ນໃນການເຄື່ອນໄຫວໜູນຊ່ວຍພັດທະນາ ແລະ ລະດົມແຫຼ່ງເງິນທຶນ.

ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ