ບັນ​ດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ ແລະ ອາ​ຟ​ຣິ​ກາ ສືບຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ ຕ້ານ​ໂລກ​ລະ​ບາດ COVID-19

(VOVWORLD) -ໃນສະພາບການທີ່ໂລກລະບາດອັກເສບປອດ COVID-19 ທີ່ເກີດຈາກໄວຣັດ SARS-CoV-2 ຍັງມີການຜັນແປອັນສັບສົນ ແລະ ແຜ່ລະບາດຢ່າງແຮງໃນໂລກນັ້ນ, ຫຼາຍປະເທດເຂດຕາເວັນອອກກາງ ແລະ ອາຟຣິກາເໜືອ ໄດ້ຮີບເຮັ່ງຜັນຂະຫຍາຍບັນດາມາດຕະການສະກັດກັ້ນໂລກລະບາດ. 
ບັນ​ດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ ແລະ ອາ​ຟ​ຣິ​ກາ ສືບຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ ຕ້ານ​ໂລກ​ລະ​ບາດ COVID-19 - ảnh 1

ພາລະກອນການແພດເຮັດວຽກຢູ່ໂຮງໝໍທີ່ແຂວງ Blida, Algeria (ພາບ :THX/TTXVN)

    ຕອນບາຍວັນທີ 12 ມີນາ, ທ່ານປະທານາທິບໍດີ Algeria Abdelmadjid Tebboune ໄດ້ອອກລັດຖະດຳລັດວ່າດ້ວຍການປິດປະຕູບັນດາຮາກຖານການສຶກສາໂດຍຊົ່ວຄາວ ນັບແຕ່ເວລາ 16 ໂມງຂອງວັນທີ 12 ມີນາຮອດວັນທີ 5 ເມສາ ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດ.

   ໃນວັນດຽວກັນ, ລັດຖະບານ ຊູດັງ ກໍ່ຕົກລົງຢຸດຕິການຂຸດຄົ້ນບັນດາຖ້ຽວບິນ ແລະ ປິດປະຕູເຂດຊາຍແດນທາງບົກທີ່ຕິດກັບ ອີຢີບ ໂດຍຊົ່ວຄາວ ເພື່ອສະກັນກັ້ນ ໄວຣັດ SARS-CoV-2. ຕາມນັ້ນແລ້ວ, ບັນດາຖ້ຽວບິນຈາກຈີນ, ອີຕາລີ, ອີຣານ, ແອດສະປາຍ, ຍີ່ປຸ່ນ, ອີຢີບ ຈະຢຸດຕິການຂູດຄົ້ນໂດຍຊົ່ວຄາວ ນັບແຕ່ວັນທີ 12 ມີນາ ຈົນຮອດເວລາມີຂໍ້ຕົກລົງສະບັບໃໝ່ຈາກສະພາລັດຖະມົນຕີ.

       ຢູ່ Israel, ກ່າວຄຳເຫັນໃນການປະຊຸມຂ່າວທີ່ Jerusalem ເມື່ອວັນທີ 12 ມິນາ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ປະກາດວ່າ ປະເທດນີ້ຈະປິດປະຕູບັນດາໂຮງຮຽນ, ມະຫາວິທະຍາໄລ ເພື່ອຈຳກັດການແຜ່ລາມຂອງໂລກລະບາດ COVID-19.

ຕອບກັບ

ຂ່າວ/ບົດ​ອື່ນ