ບັນດາປະເທດບ້ານໃກ້ຄຽງຄັດຄ້ານບໍ່ວ່າຄຳສະເຫນີໃດແຊກແຊງດ້ວຍການທະຫານເຂົ້າລີບີ

ບັນດາປະເທດບ້ານໃກ້ຄຽງຄັດຄ້ານບໍ່ວ່າຄຳສະເຫນີໃດແຊກແຊງດ້ວຍການທະຫານເຂົ້າລີບີ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຢູ່ Cairo

(vovworld)- ທີ່ກອງ​ປະ​ຊຸມ​ຢູ່ Cairo ປະ​ເທດ ອີ​ຢີບ ​ດຳ​ເນີນໃນ​ວັນ​ທີ21/1 ເພືື່ອປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ມາ​ດ​ຕະ​ການ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່ ລີ​ບີ, ຜູ້​ຕາງ​ຫນ້າ​ບັນ​ດາ​ປະ​ເທດ​ໃກ້​ຄຽງ​ຂອງ​ປະ​ເທດ ອາ​ຟ​ຼິ​ກາ​ເຫນືອນີ້ ໄດ້ ຖະ​ແຫລງ​ຄັດ​ຄ້ານບໍ່​ວ່າ​ຄຳ​ສະ​ເຫນີ​ແຊກ​ແຊງ​ດ້ວຍ​ການ​ທະ​ຫານ​ເຂົ້າ ລີ​ບີ. ໃນ​ຖະ​ແຫລງ​ການ​ອັດ​ກອງ​ປະ​ຊຸມ, ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ໄດ້​ຮຽກ​ຮ້ອງ ສະ​ພາ​ປະ​ທາ​ນາ​ທິ​ບໍ​ດີ ລີ​ບີ ສ້າງ​ຕັ້ງ​ລັດ​ຖະ​ບານ​ສາ​ມັກ​ຄີ​ແຫ່ງ​ຊາດຕາງ​ຫນ້າ​ໃຫ້​ທຸກ​ພັກ​ຝ່າຍ​ການ​ເມືອງ​ຢູ່ ລີ​ບີ ແລະ ຕ້ອງ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ສະ​ພາ​ແຫ່ງ​ຊາດ. ບັນ​ດາ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມກອງ​ປະ​ຊຸມ ກໍ​ຮຽກ​ຮ້ອງ​ການ​ເຈ​ລະ​ຈາ​ດ້ານ​ການ​ເມືອງ ແທ​ນ​ໃຫ້​ການ​ນຳ​ໃຊ້​ປະ​ກອບ​ອາ​ວຸດ​ການ​ທະ​ຫານ​ຄື​ດັ່ງ​ມາດ​ຕະ​ການ​ໃຫ້​ແກ່​ວິ​ກິດ​ການ​ປະ​ຈຸ​ບັນ ພ້ອມ​ທັງ​ຢືນ​ຢັນ​ວ່າ ການ​ຕໍ່​ສູ້​ຕ້ານກໍ່​ການ​ຮ້າຍ​ຢູ່ ລີ​ບີ ຕ້ອງ​ໄດ້​ດຳ​ເນີນ​ໄປ​ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ສາ​ກົນ. 


ຕອບກັບ

ຂ່າວ/ບົດ​ອື່ນ