ບັນດາປະເທດຝ່າຍຕາເວັນຕົກຄັດຄ້ານລັດຖະດຳລັດໃໝ່ຂອງປະທານາທິບໍດີ ລັດເຊຍ ທີ່ກ່ຽວຂ້ອງເຖິງ ຢູແກຼນ

ບັນດາປະເທດຝ່າຍຕາເວັນຕົກຄັດຄ້ານລັດຖະດຳລັດໃໝ່ຂອງປະທານາທິບໍດີ ລັດເຊຍ ທີ່ກ່ຽວຂ້ອງເຖິງ ຢູແກຼນ - ảnh 1
ທ່ານ​ປະທານາທິບໍ ລັດ​ເຊຍ Vladimir Putin
(ພາບອິນເຕີແນັດ)

(vovworld) – ​​ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຫາ​ກໍ່ອອກສຽງຕຳ​ໜິຕິຕຽນ​ຂໍ້​ຕົກລົງ​ຂອງ ລັດ​ເຊຍ ທີ່ຮັບຮອງບັດປະຈຳຕົວ ​ແລະ ​ໜັງສື​ອື່ນໆ ​ໂດຍ​ກຳລັງທວງ​ເອົາ​ເອກະລາດ​ຢູ່​ເຂດ Lugansk ​ແລະ Donetsk ຂຶ້ນ​ກັບຕາ​ເວັນ​ອອກ ຢູ​ແກຼນ ສະໜອງ​ໃຫ້. ວັນ​ທີ 20/02, ​ໂຄສົກ​ຂອງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ ທ່ານ Steffen Seibert ຊີ້​ແຈ້ງວ່າ: ຫຼັກ​ໝັ້ນ​ຂອງ Berlin ຖືລັດຖະດຳລັດ​ຂອງ​ທ່ານ​ປະທານາທິບໍ ລັດ​ເຊຍ Vladimir Putin ຮັບຮອງ​ເອົາ​ບັນດາ ​ໜັງສື​​ເອກະສານໂດຍ 2 ປະ​ເທດສາທາລະນະລັດ​ປະຊາຊົນ Lugansk ​ແລະ Donetsk ອ້າງ​ຊື່​​ເອງສະໜອງ​ໃຫ້​ນັ້ນ​ ແມ່ນ​ກໍ່​ຜົນ​ສະທ້ອນ​ເຖິງ​ຄວາມ​ເປັນ​ເອກະ​ພາບ​ຂອງ ຢູ​ແກຼນ. ​ໃນ​ຂະນະ​ນັ້ນ ກະຊວງ​ການ​ຕ່າງປະ​ເທດ ຝະລັ່ງ ກໍ່​ເນັ້ນ​ໜັກ​ວ່າ “ມີ​ຄວາມ​ເສຍດາຍ​ທີ່​ສຸດ​ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ” Paris ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້ ມົດ​ສະ​ກູ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາມາດຕາ​ຂອງ​ຂໍ້​ຕົກລົງ​ສັນຕິພາບ Minsk, ຖື​ນີ້ ​ແມ່ນ​ເສັ້ນທາງ​ໜຶ່ງ​ດຽວ ​ເພື່ອ​ຮັບປະກັນ​ມາດ​ຕະການ​ຍາວ​ນານ​ໃຫ້​ວິ​ກິດ​ການ​ຢູ່ຕາ​ເວັນ​ອອກ ຢູ​ແກຼນ .

 

ຕອບກັບ

ຂ່າວ/ບົດ​ອື່ນ