ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ NATO ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່ ຢູ​ແກຼນ

(VOVWORLD) - ກ່າວຄຳເຫັນທີ່ເຫດການຢູ່ນອກກອງປະຊຸມສຸດຍອດອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ຫວໍຊິງຕັນ, ທ່ານລັດຖະມົນຕີການຕ່າງປະເທດ Blinken ໄດ້ເນັ້ນວ່າບັນດາເຮືອບິນຂັບໄລ່ດັ່ງກ່າວຈະເຂົ້າຮ່ວມການເຄື່ອນໄຫວປ້ອງກັນຢູ່ຢູແກຼນໃນລະດູແລ້ງນີ້.
ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ NATO ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່ ຢູ​ແກຼນ - ảnh 1ເຮືອບິນຂັບໄລ່ F-16 (ພາບ: AFP/TTXVN)

ວັນທີ 10 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຢັ້ງຢືນງວດເຮືອບິນຂັບໄລ່ F-16 ຈາກແດນມາກ ແລະ ໂຮນລັງ ພວມສົ່ງໄປຍັງຢູແກຼນ. ກ່າວຄຳເຫັນທີ່ເຫດການຢູ່ນອກກອງປະຊຸມສຸດຍອດອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ຫວໍຊິງຕັນ, ທ່ານລັດຖະມົນຕີການຕ່າງປະເທດ Blinken ໄດ້ເນັ້ນວ່າບັນດາເຮືອບິນຂັບໄລ່ດັ່ງກ່າວຈະເຂົ້າຮ່ວມການເຄື່ອນໄຫວປ້ອງກັນຢູ່ຢູແກຼນໃນລະດູແລ້ງນີ້. ນອກຈາກນັ້ນ, ທ່ານຍັງເປີດເຜີຍກ່ຽວກັບເລື່ອງຈະປະກາດບ້ວງເງິນໜູນຊ່ວຍໃຫຍ່ໃຫ້ແກ່ຢູແກຼນໃນຊຸມວັນຈະມາເຖິງ ເພື່ອແນໃສ່ສ້າງຂົວເຊື່ອມຕໍ່ຢ່າງຈະແຈ້ງ ແລະ ໝັ້ນແກ່ນໃຫ້ແກ່ຖານະເປັນສະມາຊິກ NATO ຂອງ ຢູແກຼນ.

ແລະກໍ່ໃນວັນດຽວກັນ, ທຳນຽບຂາວໃຫ້ຮູ້ວ່າ ແບນຊິກ ແລະ ນອກແວກໍ່ໄດ້ໃຫ້ຄຳໝັ້ນສັນຍາ ສະໜອງ ເຮືອບິນ ໃຫ້ແກ່ຢູແກຼນ ຕື່ມອີກ. ໃນຂະນະນັ້ນ, ທ່ານ Jens Stoltenberg ເລຂາທິການໃຫຍ່ NATO ໄດ້ສະແດງຄວາມຫວັງວ່າບັນດາປະເທດພັນທະມິດຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບບ້ວງເງິນໜູນຊ່ວຍໃຫຍ່ໃຫ້ແກ່ຢູແກຼນ, ພ້ອມທັງເນັ້ນໜັກວ່າ ບ້ວງເງິນໜູນຊ່ວຍນີ້ຈະສວມບົດບາດເປັນຂົວເຊື່ອມຕໍ່ໃຫ້ແກ່ວິວັດການເຂົ້າເປັນສະມາຊິກ NATO. ເຖິງຢ່າງໃດກໍຕາມ, ທ່ານ Stoltenberg ກໍ່ຊີ້ແຈ້ງວ່າຍັງໄວເກີນໄປທີ່ຈະ ເຕື້ອງເຖິງຈຸດເວລາ ທີ່ຢູແກຼນຈະໄດ້ຮັບເຂົ້າເປັນສະມາຊິກຂອງ NATO.

ຕອບກັບ

ຂ່າວ/ບົດ​ອື່ນ