ບັນດາປະເທດພວມພັດທະນາຕ້ອງການເງິນຈຳນວນ 2.000 ຕື້ USD/ປີ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ບັນດານັກລົງທຶນ ແລະ ທະນາຄານພັດທະນາຫຼາຍຝ່າຍ ຄວນປະກອບເງິນຈຳນວນປະມານ 1.000 ຕື້ USD.
ບັນດາປະເທດພວມພັດທະນາຕ້ອງການເງິນຈຳນວນ 2.000 ຕື້ USD/ປີ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທີ່ກອງປະຊຸມ COP 27
(ພາບ: Reuters)

        ບັນດາປະເທດພວມພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ, ເວັ້ນເສຍແຕ່ ຈີນ, ຈະຕ້ອງການບ້ວງເງິນລົງທຶນປະມານ 2.000 ຕື້ USD/ປີ ໃນໄລຍະແຕ່ນີ້ຮອດປີ 2030 ເພື່ອຫຼຸດຜ່ອນການປ່ອຍອາຍຜິດເຮືອນແກ້ວ ແລະ ຮັບມືກັບບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ບົດລາຍງານໂດຍລັດຖະບານ ອັງກິດ ແລະ ອີຢິບ ພ້ອມກັນປະຕິບັດ ແລະ ໄດ້ປະກາດໃນວັນທີ 08 ພະຈິກ, ທີ່ກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) ຊີ້ແຈ້ງວ່າ ບັນດານັກລົງທຶນ ແລະ ທະນາຄານພັດທະນາຫຼາຍຝ່າຍ ຄວນປະກອບເງິນຈຳນວນປະມານ 1.000 ຕື້ USD. ໃນຂະນະນັ້ນ, ບັນດາແຫຼ່ງທຶນຈາກກອງທຶນສາທາລະນະ ແລະ ເອກະຊົນຢູ່ບັນດາປະເທດພວມພັດທະນາ ຄວນປະກອບຈຳນວນເງິນທີ່ຍັງເຫຼືອ, ປະມານ 1.400 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ