ບັນດາປະເທດມະຫາອຳນາດຈັດສົ່ງກ່ຳປັ່ນສູ້ຮົບໄປຍັງທະເລຕາເວັນອອກ

(VOVWORLD) - ວັນທີ 19 ກຸມພາ, ກ່ຳປັ່ນຍົກພົນຂຶ້ນບົກບຸກຕີ Tonnerre ແລະ ກ່ຳປັ່ນຂັບໄລ່ Surcouf ຂອງ ຝຣັ່ງ ໄດ້ເດີນເຮືອໄປເຖິງປາຊີຟິກ ເພື່ອປະຕິບັດໜ້າທີ່ທີ່ແກ່ຍາວເປັນເວລາ 3 ເດືອນ. 

  ເວັບໄຊຂອງກອງທັບເຮືອ ຝຣັ່ງ ໃຫ້ຮູ້ວ່າ ບັນດາກ່ຳປັ່ນລຳດັ່ງກ່າວ ຈະເດີນເຂົ້າທະເລຕາເວັນອອກ 2 ຄັ້ງ ແລະ ເຂົ້າຮ່ວມການຊ້ອມຮົບຮ່ວມກັບ ອາເມລິກາ ແລະ ຍີ່ປຸ່ນ ໃນເດືອນ ພຶດສະພາ 2021. ກັບຕັນເຮືອ Arnaud Tranchant, ຜູ້ບັນຊາກ່ຳປັ່ນ  Tonnerre ໃຫ້ຮູ້ວ່າ ກອງທັບເຮືອ ຝຣັ່ງ ປາດຖະໜາຢາກປັບປຸງການພົວພັນຄູ່ຮ່ວມມືກັບບັນດາປະເທດຂຶ້ນກັບກຸ່ມ 4 ປະເທດ (Quad) ລວມມີ ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສະຕາລີ.

        ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ  ຝຣັ່ງ ຈະປັບປຸງຫຼັກໝັ້ນຄັດຄ້ານບັນດາຖະແຫຼງການອະທິປະໄຕຜິດກົດໝາຍຂອງ ຈີນ ຢູ່ ທະເລຕາເວັນອອກກ່ວາອີກ, ໂດຍຜ່ານການເພີ່ມທະວີການເຄື່ອນໄຫວການທະຫານຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ