ບັນດາປະເທດມານະພະຍາຍາມກ່ວາອີກເພື່ອໃຫ້ແມ່ຍິງແລະເດັກຍິງໄດ້ດຳລົງຊີວິດໃນສັນຕິພາບ,ສະຖຽນລະພາບ

ບັນດາປະເທດມານະພະຍາຍາມກ່ວາອີກເພື່ອໃຫ້ແມ່ຍິງແລະເດັກຍິງໄດ້ດຳລົງຊີວິດໃນສັນຕິພາບ,ສະຖຽນລະພາບ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງ​ທິງ​ອກທິ້ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: ກວາງຫາຍ/ສຳນັກຂ່າວສານຫວຽດນາມ)

(vovworld) –  ຕອນ​ຄຳ​່ວັນ​ທີ 11/6, ຕາມ​ເວລາ​ທ້ອງ​ຖິ່ນ, ກອງ​ປະຊຸມ​ສຸດ​ຍອດ​ແມ່​ຍິງທົ່ວ​ໂລກ​ຄັ້ງ​ທີ 26 ​ໄດ້​ອັດ​ລົງ ພາຍຫຼັງປຶກສາ​ຫາລື​ເປັນ​ເວລາ 3 ວັນ​ກ່ຽວ​ກັບ​ຫົວ​ຂໍ້ “​ແມ່ຍິງ: ສ້າງ​ພື້ນ​ຖານ​ເສດຖະກິດ​ຮອບດ້ານ​ໃນສັງ​ກາດ​ດີ​ຈີ​ຕອນ”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງ​ທິງ​ອກທິ້ງ ຕີ​ລາຄາ​ສູງ​ຜົນສຳ​ເລັດ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ແມ່​ຍິງທົ່ວ​ໂລກ​ຄັ້ງ​ທີ 26, ຢັ້ງຢືນ​ບົດບາດ​ຂອງ​ແມ່ຍິງ​ໃນ​ການ​ສ້າງ​ສັງຄົມ​ສະຖຽນ​ລະ​ພາບ, ພັດທະນາ​ແບບ​ຍືນ​ຍົງ. ທ່ານນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫວັງ​ວ່າ: ບັນດາ​ປະ​ເທດ​ມານະ​ພະຍາຍາມ​ກ່ວາ​ອີກ​ເພື່ອ​ໃຫ້​ແມ່ຍິງ ​ແລະ ​ເດັກ​ຍິງ ​ໄດ້​​ດຳ​ລົງ​ຊີວິດ​ໃນ​ສັນຕິພາບ, ວັດທະ​ນາ​ຖາວອນ, ພ້ອມ​ທັງ​ຮຽກ​ຮ້ອງ​​ໃຫ້​ແມ່ຍິງ​ໃນ​ທົ່ວ​ໂລກ​ຈົ່ງສາມັກຄີກັນ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື​ມິດຕະພາບ ​ແລະ ການ​ພັດທະນາ, ຮຽກ​ຮ້ອງ​ບັນດາ​ປະ​ເທດ​ພ້ອມ​ກັນ​ໂອ້​ລົມ​ສົນທະນາ, ຮ່ວມ​ມື, ​ແກ້​ໄຂ​ທຸ​ກໆ​ຄວາມ​ແຕກ​ຕ່າງ​ກັນ, ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ບົນ​ພື້ນຖານ​ກົດໝາຍ​ສາກົນ.


ຂ່າວ/ບົດ​ອື່ນ