ບັນດາປະເທດຢູ່ເຂດອ່າວເປີເຊຍ ຊອຫຫາວິທີການແກ້ໄຂຄວາມຂັດແຍ່ງ

(VOVWORLD) -ຜູ້ຕາງໜ້າຂອງ 6 ປະເທດສະມາຊິກສະພາຮ່ວມມືເຂດອ່າວເປີເຊຍ (GCC) ກ່າວຄຳເຫັນກ່ຽວກັບບັນດາຂໍ້ສະເໜີກ່ຽວຂ້ອງເຖິງການສະໜັບສະໜູນ ແລະ ການຮ່ວມມືຢູ່ເຂດອ່າວເປເຊຍ ໃນຫຼາຍຂົງເຂດ
ບັນດາປະເທດຢູ່ເຂດອ່າວເປີເຊຍ ຊອຫຫາວິທີການແກ້ໄຂຄວາມຂັດແຍ່ງ - ảnh 1(ພາບປະກອບ: AFP)

ວັນທີ 27 ທັນວາ, ລັດຖະມົນຕີການຕ່າງປະເທດບັນດາປະເທດເຂດອ່າວເປເຊຍ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອແນໃສ່ຊຸກຍູ້ການຮ່ວມມືກ່ອນດຳເນີນກອງປະຊຸມສຸດຍອດພາກພື້ນໃນເດືອນ ມັງກອນ 2021 ໃນສະພາບທີ່ບັນດາຝ່າຍມານະພະຍາຍາມຢຸດຕິບັນດາຄວາມບໍ່ລົງລອຍກັນລະຫວ່າງສຳພັນທະມິດ ຊະອຸດີ ອາຣາເບຍ ນຳໜ້າ ແລະ ກາຕາ. ລັດຖະມົນຕີບັນດາປະເທດ ຊະອຸດີ ອາຣາເບຍ, ສະຫະລັດອາຣັບເອັມມີເຣດ, ບາເຣັນ, ໂອມານ ແລະ ຄູເວດ ໄດ້ເຂົ້າຮ່ວມກອງປະຊຸມໂດຍ ບາເຣັນ ຈັດຕັ້ງ, ໃນຂະນະທີ່ ກາຕາ ຈັດສົ່ງຮອງລັດຖະມົນຕີການຕ່າງປະເທດເຂົ້າຮ່ວມເຫດການນີ້.

        ຜູ້ຕາງໜ້າຂອງ 6 ປະເທດສະມາຊິກສະພາຮ່ວມມືເຂດອ່າວເປີເຊຍ (GCC) ກ່າວຄຳເຫັນກ່ຽວກັບບັນດາຂໍ້ສະເໜີກ່ຽວຂ້ອງເຖິງການສະໜັບສະໜູນ ແລະ ການຮ່ວມມືຢູ່ເຂດອ່າວເປເຊຍ ໃນຫຼາຍຂົງເຂດຄື: ດ້ານການເມືອງ, ເສດຖະກິດ ແລະ ສັງຄົມ. ລັດຖະມົນຕີການຕ່າງປະເທດບັນດາປະເທດ GCC ຈະຈັດກຽມເນື້ອໃນໃຫ້ແກ່ກອງປະຊຸມສຸດຍອດ GCC ຄັ້ງທີ 41 ເຊິ່ງຈະດຳເນີນໃນວັນທີ 05 ມັງກອນ 2021.

ຕອບກັບ

ຂ່າວ/ບົດ​ອື່ນ