ບັນດາປະເທດສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ

(VOVWORLD) - ການນຳຫຼາຍປະເທດໄດ້ສົ່ງໂທລະເລກ/ຈົດໝາຍແບ່ງເບົ່າ ຄວາມເສົ້າສະຫຼົດໃຈມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ.
ບັນດາປະເທດສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈຕໍ່ເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
(ພາບ: TTXVN)

        ໂດຍໄດ້ຮັບຂ່າວວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ, ການນຳຫຼາຍປະເທດໄດ້ສົ່ງໂທລະເລກ/ຈົດໝາຍແບ່ງເບົ່າ ຄວາມເສົ້າສະຫຼົດໃຈມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ.

        ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ສະພາແຫ່ງຊາດແຫ່ງ ສປປ.ລາວ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວລາວສ້າງຊາດ, ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດໃຈເມື່ອໄດ້ໄດ້ຮັບຂ່າວວ່າ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ.

        ການຈາກໄປຂອງທ່ານ ຫງວຽນຝູຈ້ອງ ເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດສະໜິດສະໝົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ; ທ່ານ ຫງວຽນຝູຈ້ອງ ເປັນຜູ້ນໍາປະຕິວັດໃນຍຸກສະໄໝໃໝ່, ເປັນຜູ້ສືບທອດພາລະກິດຂອງປະທານ ໂຮ່ຈີມິນ ໄດ້ປະກອບສ່ວນອັນໃຫຍ່ຫລວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ມາໂດຍຕະຫລອດ.

        ໃນຈົດໝາຍຂອງທ່ານປະທານພັກປະຊາຊົນ ກຳປູເຈຍ Hun Sen ໄດ້ຂຽນວ່າ: ມໍລະດົກຂອງທ່ານເລຂາທິການໃຫຍ່, ຜູ້ນຳທີ່ສະຫຼາດສ່ອງໃສ, ຜູ້ທີ່ໄດ້ອຸດທິດສ່ວນຕະຫຼອດຊີວິດຂອງຕົນເພື່ອພາລະກິດຕໍ່ສູ້ເພື່ອເອກະລາດຂອງ ຫວຽດນາມ ແລະ ໃຫ້ແກ່ສັນຕະພາບ, ຄວາມວັດທະນາຖາວອນຂອງປະຊາຊົນ ຫວຽດນາມ ລຸ້ນຕໍ່ໆໄປຈະຈົດຈຳໃນຕະຫຼອດຊີວິດ.

        ຈາກ ກຸຍບາ, ທ່ານພົນເອກ Raúl Castro Ruz ແລະ ທ່ານເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດສ.ກຸຍບາ Miguel Díaz Canel- Bermúdez ໄດ້ສົ່ງຈົດໝາຍແບ່ງເບົ່າຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງມາຍັງຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ. ກຸຍບາ ຍາມໃດກໍ່ຈະຄິດເຖິງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຄືດັ່ງອ້າຍນ້ອງຜູ້ຍິ່ງໃຫຍ່, ຜູ້ທີ່ໄດ້ຊຸກຍູ້ສາຍພົວພັນມິດຕະພາບພິເສດລະຫວ່າງ 2 ພັກ, 2 ສະພາແຫ່ງຊາດ, 2 ລັດຖະບານ ແລະ ປະຊາຊົນ 2 ປະເທດຢ່າງບໍ່ຮູ້ອິດຮູ້ເມື່ອຍ.

        ໃນຈົດໝາຍຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຂຽນວ່າ: ປະເທດ ລັດເຊຍ ຈະຄິດເຖິງທ່ານເລຂາທິການໃຫຍ່ຄືດັ່ງຜູ້ເປັນເພື່ອນທີ່ໄດ້ປະກອບສ່ວນ ສ່ວນຕົວຢ່າງໃຫຍ່ຫຼວງແກ່ການສ້າງຕັ້ງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ມົດສະກູ ແລະ ຮ່າໂນ້ຍ ຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ