ບັນ​ດາ​ປະ​ເທດ​ສືບ​ຕໍ່​ແຈ້ງ​ເຕືອນ​ໃຫ້​ພົນ​ລະ​ເມືອງ​ເດີນ​ທາງ​ອອກ​ຈາກ ລີ​ບັງ, ອີ​ຣານ, ອິດ​ສະ​ລາ​ແ​ອັນ

(VOVWORLD) - ວັນທີ 4 ສິງຫາ, ທ່ານ Jonathan Finer ຮອງທີ່ປຶກສາສະພາຄວາມໝັ້ນຄົງແຫ່ງຊາດ ທຳນຽບຂາວ ໃຫ້ຮູ້ວ່າ ອາເມລິກາພວມຮຽກຮ້ອງໃຫ້ພົນລະເມືອງເດີນທາງອອກຈາກ ລີບັງ ແລະ ພວມຜັນຂະຫຍາຍ ກຳລັງທະຫານຢູ່ພາກພື້ນຕາເວັນອອກກາງ ຄືບັນດາມາດຕະການປ້ອງກັນ ອິດສະລາແອັນຕື່ມອີກ

ບັນ​ດາ​ປະ​ເທດ​ສືບ​ຕໍ່​ແຈ້ງ​ເຕືອນ​ໃຫ້​ພົນ​ລະ​ເມືອງ​ເດີນ​ທາງ​ອອກ​ຈາກ ລີ​ບັງ, ອີ​ຣານ, ອິດ​ສະ​ລາ​ແ​ອັນ - ảnh 1ພາບປະກອບ: THX/TTXVN

ຄຳເຫັນດັ່ງກ່າວໄດ້ຍົກອອກມາໃນສະພາບການຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນຢ່າງວ່ອງໄວພາຍຫລັງເຫດການທ່ານ Ismail Haniyeh ຜູ້ນຳການເມືອງຂອງຂະບວນການອິດສະລາມ ຮາມາດສ ຖືກລອບສັງຫານຢູ່ນະຄອນຫຼວງ ເຕເຮຣານ ຂອງອີຣານໃນວັນທີ 13 ກໍລະກົດ. ກ່ອນໜ້ານັ້ນ 1 ວັນ, ອິດສະລາແອັນ ໄດ້ປະກາດດຳເນີນການບຸກໂຈມຕີທາງອາກາດເລັ່ງໃສ່ ນະຄອນຫຼວງ Beirut ຂອງລີບັງ ເຮັດໃຫ້ ທ່ານ Fuad Shukr ຜູ້ບັນຊາການຂັ້ນສູງຂອງກກຳລັງ Hezbollah ຖືກເສຍຊີວິດ.

ຫຼາຍປະເທດໄດ້ອອກແຈ້ງການເຕືອນໃຫ້ພົນລະເມືອງເດີນທາງອອກຈາກເຂດນີ້. ວັນທີ 4 ສິງຫາ ຝລັ່ງຮຽກຮ້ອງໃຫ້ພົນລະເມືອງປະເທດນີ້ເດີນທາງອອກຈາກອີຣານຊົ່ວຄາວ, ກ່າວເຕືອນນ່ານຟ້າ ແລະ ສະໜາມບິນຢູ່ ອີຣານ ອາດຈະປິດປະຕູຍ້ອນຄວາມວິຕົກກັງວົນກ່ຽວກັບການປະທະກັນໃນພາກພື້ນ. ແລະກໍ່ໃນວັນທີ 4 ສິງຫາ, ອາຣັບບິ ຊາອຸດິ ກໍ່ຮຽກຮ້ອງໃຫ້ພົນລະເມືອງປະເທດນີ້ ເດີນທາງອອກຈາກລີບັງໃນທັນທີ. ກໍ່ຄ້າຍຄືກັນ, ສ.ເກົາຫຼີກໍ່ຮຽກຮ້ອງໃຫ້ພົນລະເມືອງປະເທດນີ້ ເດີນທາງອອກຈາກລີບັງ ແລະ ອິດສະລາແອັນ ຍິ່ງໄວກໍ່ຍິ່ງດີ.

ຕອບກັບ

ຂ່າວ/ບົດ​ອື່ນ