ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU “ໃຫ້​ໂອ​ກາດ” ໃຫ້​ແກ່​ການ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ໄລ​ຍະຫຼັງ Brexit

(VOVWORLD) -ເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ EU ໄດ້ເຫັນດີເປັນເອກະພາບຈະນຳໃຊ້ ຂໍ້ຕົກລົງດ້ານການຄ້າ ແລະ ການຮ່ວມມືລະຫວ່າງ EU - ອັງກິດໂດຍຊົ່ວຄາວ.
ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU “ໃຫ້​ໂອ​ກາດ” ໃຫ້​ແກ່​ການ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ໄລ​ຍະຫຼັງ Brexit - ảnh 1ພາບປະກອບ: AFP/TTXVN

ວັນທີ 28 ທັນວາ, ຜູ້ຕາງໜ້າຄົນໜຶ່ງ ເຢຍລະມັນ, ເຊິ່ງເປັນປະເທດຮັກສາຕຳແໜ່ງປະທານໝູນວຽນສະຫະພາບ ເອີລົບ (EU) ໃຫ້ຮູ້ວ່າ 27 ປະເທດສະມາຊິກ ໄດ້ “ໃຫ້ໂອກາດ” ໃຫ້ແກ່ຂໍ້ຕົກລົງການພົວພັນສອງຝ່າຍກັບ ອັງກິດໃນໄລຍະຫຼັງ Brexit ເຊິ່ງຈະມີຜົນສັກສິດແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ. ກອງປະຊຸມລະຫວ່າງ ເອກອັກຄະລັດທູດບັນດາປະເທດສະມາຊິກ EU ຢູ່ Brussels ໄດ້ຮັບຮອງເອົາຂໍ້ຕົກດ້ວຍຂັ້ນຕອນເລີ່ມເຄື່ອນໄຫວແຕ່ເວລາ 15 ໂມງຂອງວັນທີ 29 ທັນວາ (ເວລາ 21 ໂມງ ຕາມເວລາ ຫວຽດນາມ). ເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ EU ໄດ້ເຫັນດີເປັນເອກະພາບຈະນຳໃຊ້ ຂໍ້ຕົກລົງດ້ານການຄ້າ ແລະ ການຮ່ວມມືລະຫວ່າງ EU - ອັງກິດໂດຍຊົ່ວຄາວ. ເລື່ອງນີ້ຈະອະນຸຍາດໃຫ້ 2 ຝ່າຍສືບຕໍ່ແລກປ່ຽນການຄ້າປອດພາສີຊົ່ວຄາວ ພາຍຫຼັງທີ່ອັງກິດຖອນຕົວອອກຈາກຕະຫຼາດ EU ຢ່າງເປັນທາງການນັບແຕ່ວັນທີ 31 ທັນວາເປັນຕົ້ນໄປ. ໃນຂະນະນັ້ນ, ຄາດວ່າ, ສະພາແຫ່ງຊາດ ອັງກິດຈະໂຮມປະຊຸມໃນວັນທີ 30 ທັນວາເພື່ອດຳເນີນການປ່ອນບັດຮັບຮອງເອົາຂໍ້ຕົກລົງກັບ EU.

ຕອບກັບ

ຂ່າວ/ບົດ​ອື່ນ