ບັນ​ດາ​ປະ​ເທດ​ສະ​ມາ​ຊິກ IEA ເຫັນ​ດີ​ຈະ​ສະ​ໜອງ​ນ້ຳ​ມັນ​ໃຫ້​ແກ່​ຕະຫຼາດ​ຕື່​ມອີກ

(VOVWORLD) - ວັນທີ 31 ມີນາ, ປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດຂໍ້ຕົກລົງສະໜອງນ້ຳມັນປະມານ 1 ລ້ານຖັງ/ວັນ ຈາກສາງສະສົມນ້ຳມັນດິບຍຸດທະສາດ (SPR) ໃນເວລາ 180 ວັນ.
ບັນ​ດາ​ປະ​ເທດ​ສະ​ມາ​ຊິກ IEA ເຫັນ​ດີ​ຈະ​ສະ​ໜອງ​ນ້ຳ​ມັນ​ໃຫ້​ແກ່​ຕະຫຼາດ​ຕື່​ມອີກ - ảnh 1

 ຮາກຖານກັນຕອງນ້ຳມັນຢູ່ Saudi Arabia (ພາບ: AFP/TTXVN)

   ວັນທີ 1 ເມສາ, ກະຊວງເສດຖະກິດ  ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ໃຫ້ຮູ້ວ່າ: ບັນດາປະເທດສະມາຊິກຂອງອົງການພະລັງງານສາກົນ (IEA)  ໄດ້ເຫັນດີສົມທົບກັນສະໜອງນ້ຳມັນໃຫ້ຕະຫຼາດເປັນຄັ້ງທີ 2 ຕື່ມອີກໃນຮອບເວລາເດື່ອນໜຶ່ງ ເພື່ອແນໃສ່ຮັກສາຕະຫຼາດເປັນປົກກະຕິ ຊື່ງຖືກຜົນກະທົບຢ່າງແຮງ ພາຍຫຼັງທີ່ ລັດເຊຍ ຜັນຂະຫຍາຍບັ້ນຮົບການທະຫານພິເສດຢູ່ ຢູແກຼນ. ແຕ່ເຖິງແນວນັ້ນກໍ່ຕາມ, ໃນການປະຊຸມດ່ວນຈັດຂຶ້ນເມື່ອຕອນຄ່ຳວັນທີ 1 ເມສາ, ບັນດາປະເທດສະມາຊິກ IEA ຍັງບໍ່ທັນເຫັນດີເຫັນພ້ອມ ກ່ຽວກັບປະລິມານ ແລະ ເວລາສະໜອງນ້ຳມັນໃຫ້ແກ່ຕະຫຼາດເທື່ອ. ຄະນະເລຂາ IEA ແລະ ບັນດາປະເທດສະມາຊິກ ຈະປຶກສາຫາລືລາຍລະອຽດກ່ຽວກັບແຜນການນີ້ ແລະ ໄວທີ່ສຸດກໍ່ແມ່ນໃນອາທິດໜ້າຈຶ່ງສາມາດຍົກອອກແຜນການລະອຽດໄດ້.

   ກ່ອນໜ້ານັ້ນ, ເພື່ອແນໃສ່ຫລຸດຜ່ອນລາຄາເຊື້ອເພີງ, ວັນທີ 31 ມີນາ, ປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດຂໍ້ຕົກລົງສະໜອງນ້ຳມັນປະມານ 1 ລ້ານຖັງ/ວັນ ຈາກສາງສະສົມນ້ຳມັນດິບຍຸດທະສາດ (SPR) ໃນເວລາ 180 ວັນ. ລາຄານ້ຳມັນໂລກໄດ້ຫລຸດລົງແຮງໂດຍທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ