ບັນ​ດາ​ປະ​ເທດ​ສະ​ໜັບ​ສະ​ໜູນ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ ລັດ​ເຊຍ - ອາ​ເມ​ລິ​ກາ ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ທີ່​ກ່ຽວ​ຂ້ອງ​ເຖິງ ຢູ​ແກຼນ

(VOVWORLD) -ວົງການເຈົ້າໜ້າທີ່ຝລັ່ງໄດ້ສະແດງຄວາມຫວັງຈະແກ້ໄຂວິກິດການທີ່ກ່ຽວຂ້ອງເຖິງສະພາບການຢູແກຼນ ພາຍຫຼັງ ປາຣີ ສະເໜີຈັດຕັ້ງກອງປະຊຸມສຸດຍອດ ລັດເຊຍ - ອາເມລິກາ.
ບັນ​ດາ​ປະ​ເທດ​ສະ​ໜັບ​ສະ​ໜູນ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ ລັດ​ເຊຍ - ອາ​ເມ​ລິ​ກາ ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ທີ່​ກ່ຽວ​ຂ້ອງ​ເຖິງ ຢູ​ແກຼນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP)

ວັນທີ 21 ກຸມພາ, ທ່ານລັດຖະມົນຕີເອີລົບຂອງຝລັ່ງ Clement Beaune ໄດ້ເນັ້ນໜັກວ່າ ບັນດາຝ່າຍຄວນກຳແໜ້ນທຸກກາລະໂອກາດທີ່ສາມາດຈະກຳໄດ້ ເພື່ອຫຼີກລ້ຽງການປະທະກັນ, ການສູ້ຢັນ ແລະ ສ້າງມາດຕະການທາງການເມືອງ - ການທູດ. ທ່ານຖືວ່າ ຄວນຈັດຕັ້ງການພົບປະສຸດຍອດ ລະຫວ່າງລັດເຊຍ - ອາເມລິກາໄວເທົ່າທີ່ຈະໄວໄດ້, ແຕ່ບັນດາຝ່າຍຍັງບໍ່ທັນກຳນົດວັນເວລາຢ່າງລະອຽດ.

ໃນຂະນະນັ້ນ, ຢູ່ Kiev, ລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ ໄດ້ສະແດງຄວາມຫວັງວ່າ ການສະເໜີການຈັດຕັ້ງກອງປະຊຸມສຸດຍອດ ລັດເຊຍ - ອາເມລິກາ ຈະໄດ້ຮັບການປະຕິບັດ ແລະ ຢູແກຼນ ອາດຈະເຂົ້າຮ່ວມ.

ວັນທີ 21 ກຸມພາ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງ EU ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ ໃຫ້ຮູ້ວ່າ EU ສະໜັບສະໜູນຄວາມມານະພະຍາຍາມຈັດຕັ້ງການເຈລະຈາລະຫວ່າງ ວໍຊິງຕັນ ແລະ ມົດສະກູ ເພື່ອຊອກຫາມາດຕະການທາງການທູດ. ທ່ານກໍ່ຢັ້ງຢືນວ່າ EU ພ້ອມແລ້ວທີ່ຈະໜູນຊ່ວຍບໍ່ວ່າສິ່ງໃດເພື່ອການເຈລະຈາທາງການທູດກາຍເປັນເສັ້ນທາງດີທີ່ສຸດ ແລະ ເປັນອັນໜຶ່ງດຽວທີ່ຊ່ວຍຊອກຫາມາດຕະການໃຫ້ແກ່ວິກິດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ