ບັນດາປະເທດສຳພັນທະມິດໃນ NATO ຈະພ້ອມກັນປຶກສາຫາລືແຜນການຖອນອອກຈາກອາບການິດສະຖານ

(VOVWORLD) - ບັນດາປະເທດສະມາຊິກຂອງສຳພັນທະມິດການທະຫານນີ້ ຈະພ້ອມກັນປຶກສາຫາລື ແລະ ພ້ອມກັນຕົກລົງກ່ຽວກັບຈຸດເວລາຖອນອອກຈາກອາບການິດສະຖານ.
ບັນດາປະເທດສຳພັນທະມິດໃນ NATO ຈະພ້ອມກັນປຶກສາຫາລືແຜນການຖອນອອກຈາກອາບການິດສະຖານ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 08 ຕຸລາ, ທ່ານເລຂາທິການໃຫຍ່ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) Jens Stoltenberg ໃຫ້ຮູ້ວ່າ, ບັນດາປະເທດສະມາຊິກຂອງສຳພັນທະມິດການທະຫານນີ້ ຈະພ້ອມກັນປຶກສາຫາລື ແລະ ພ້ອມກັນຕົກລົງກ່ຽວກັບຈຸດເວລາຖອນອອກຈາກອາບການິດສະຖານ.

        ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວຮ່ວມກັບທ່ານ Zoran Zaev, ນາຍົກລັດຖະມົນຕີ ມາຊີໂດເນຍເໜືອ, ທ່ານ Jens Stoltenberg ໄດ້ຊີ້ແຈ້ງຂໍ້ຕົກລົງພ້ອມກັບບັນດາປະເທດສະມາຊິກການທະຫານທີ່ໄປ ອາບການິດສະຖານ ເພື່ອດັດປັບບັນດາແຜນການ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານ Jens Stoltenberg ແລ້ວ, NATO ສາມາດຢຸດຕິພາລະໜ້າທີ່ຂອງຕົນຢູ່ອາບການິດສະຖານ ກໍ່ຕໍ່ເມື່ອບັນດາເງື່ອນໄຂຕົວຈິງເອື້ອອຳນວຍ, ໃນນັ້ນມີເລື່ອງຮັບປະກັນວ່າປະເທດອາຊີໃຕ້ນີ້ ຈະບໍ່ປະເຊີນໜ້າກັບຄວາມສ່ຽງກາຍເປັນ “ແດນສະຫວັນ” ໃຫ້ແກ່ບັນດາມືປືນທຳສົງຄາມສັກສິດອີກຄັ້ງໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ