ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ຮ່ວມມືພ້ອມກັນພັດທະນາ

ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ຮ່ວມມືພ້ອມກັນພັດທະນາ - ảnh 1
​ກອງ​ປະຊຸມ​ລັດຖະມົນຕີ​ບັນດາ​ປະ​ເທດ​ອະນຸພາກ​ພື້ນ​
ແມ່​ນ້ຳຂອງ​ເປີດ​ກວ້າງ (GMS) ຄັ້ງ​ທີ 19
(ພາບ: kpl.net.la)


(vovworld) – ​ວັນ​ທີ 10/12, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ບັນດາ​ປະ​ເທດ​ລາວ, ຈີນ, ກຳປູ​ເຈຍ, ມຽນມາ, ​ໄທ ​ແລະ ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ວຽງ​ຈັນ, ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ບັນດາ​ປະ​ເທດ​ອະນຸພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ (GMS) ຄັ້ງ​ທີ 19, ​ເຊິ່ງດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ ດ້ວຍ​ຫົວ​ຂໍ້​ວ່າ “​ໄລຍະ​ໃໝ່​ຂອງ​ບັນດາ​ຂໍ້​ລິ​ເລີ່​ມ​ອະ​ນຸພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ ​ແນ​ໃສ່​ເພີ່ມ​ລະດັບ​ຄວາມ​ໄວ​ໃນ​ການ​ພັດທະນາ”, ກອງ​ປະຊຸມ​ຈະ​ສະໜອງ​​​ພື້ນຖານໃຫ້​ບັນດາ​ກາ​ນນຳ​ເພື່ອ​ປຶກສາ​ຫາລື​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ຕາມ​ສື່​ມວນ​ຊົນ​ລາວ​ແລ້ວ, ກອງ​ປະຊຸມ​ລັດຖະມົນຕີ GMS ຄັ້ງ​ທີ 19 ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ໂຄງການ​ຂົນສົ່ງດ້ວຍຫຼາຍແບບ​ວິທີ ​ເຊິ່ງກ່ຽວຂ້ອງ​ເຖິງ​ບັນດາ​ສູນ ​ແລະ ພາຫະ​ນະ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ. ນອກຈາກ​ນັ້ນ, ກອງ​ປະຊຸມ​ກໍ່​ເອົາ​ໃຈ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ສຳຄັນ​ທີ່​ກ່ຽວຂ້ອງ​​ຄື ການ​ພັດທະນາ​ພະລັງງານ​ຜະລິດ​ຄືນ​ໃໝ່ ​ແລະ ປະສິດທິ​ຜົນ, ການນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ​ແລະ ສື​ສານ, ການພັດທະນາ​ເຄືອ​ຂ່າຍ​ພື້ນ​ຖານ​ໂຄງ​ລ່າງ, ​ໂຄສະນາ​ການທ່ອ​ງທ່ຽວ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນູ​ດ. ກອງ​ປະຊຸມດຳ​ເນີນ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ (MoU) ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສະຫະພັນ​ທາງ​ລົດ​ໄຟ​ແມ່​ຂອງ​ເປີດ​ກວ້າງ ​ໃນ​ວັນ​ທີ 11/12.

ຂ່າວ/ບົດ​ອື່ນ