ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງມານະພະຍາຍາມຟື້ນຟູຂະແໜງການທ່ອງທ່ຽວ

(VOVWORLD) - ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ການທ່ອງທ່ຽວຂັ້ນສູງຂອງ GMS - ຊື່ງລວມມີ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ ໄດ້ເຕື້ອງເຖິງຫົວເລື່ອງທີ່ແຕກຕ່າງກັນຫລາຍຢ່າງ. 

ວັນທີ 26 ສິງຫາ, ບັນດາປະເທດຂຶ້ນກັບອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS) ໄດ້ຈັດຕັ້ງກອງປະຊຸມຂັ້ນສູງທາງອອນລາຍ ( Destination Mekong) ຄັ້ງທຳອິດ ເພື່ອແນໃສ່ປຶກສາຫາລືບັນດາມາດຕະການຟື້ນຟູ “ຂະແໜງການທ່ອງທ່ຽວ” ທັງໃນ ແລະ ຫລັງໄລຍະເກີດວິກິດການຍ້ອນໂລກລະບາດໂຄວິດ-19.

ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງມານະພະຍາຍາມຟື້ນຟູຂະແໜງການທ່ອງທ່ຽວ - ảnh 1(ພາບປະອບ/ AFP/TTXVN)

        ໃນຖະແຫຼງການໜຶ່ງ, ກະຊວງການທ່ອງທ່ຽວ ກຳປູເຈຍ ໃຫ້ຮູ້ວ່າ: ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ການທ່ອງທ່ຽວຂັ້ນສູງຂອງ GMS - ຊື່ງລວມມີ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ ໄດ້ເຕື້ອງເຖິງຫົວເລື່ອງທີ່ແຕກຕ່າງກັນຫລາຍຢ່າງ. ໃນນັ້ນ ຈຸດພົ້ນເດັ່ນແມ່ນມີບັນດາມາດຕະການຮັບມືກັບຜົນກະທົບຂອງໂລກລະບາດໂຄວິດ-19, ວິທີການຟື້ນຟູຂະແໜງການທ່ອງທ່ຽວ ກໍ່ຄືບັນດາມາດຕະການ ເຊິ່ງແຕ່ລະປະເທດ GMS ສາມາດປະຕິບັດ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ ແລະ ສະກັດກັ້ນໂລກລະບາດໂຄວິດ-19 ບໍ່ໃຫ້ແຜ່ລາມ.

ຕອບກັບ

ຂ່າວ/ບົດ​ອື່ນ