ບັນດາປະເທດອາຊີຕາເວັນອອກເພີ່ມທະວີການຮ່ວມມືພັດທະນາເສດຖະກິດພາກພື້ນ

ບັນດາປະເທດອາຊີຕາເວັນອອກເພີ່ມທະວີການຮ່ວມມືພັດທະນາເສດຖະກິດພາກພື້ນ - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​
ກະຊວງ​ອຸດສາຫະກຳ​ການ​ຄ້າ ຫງວຽນ​ເກິມ​ຕູ໋
(ພາບ: vietnamplus.vn)

(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນຄັ້ງ​ທີ 47 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຢູ່​ກົວ​ລາ​ລຳ​ເປີ, ມາ​ເລ​ເຊຍ, ວັນ​ທີ 24/8, ດຳ​ເນີນ ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ (EAS) ຄັ້ງ​ທີ 3. ​ເຂົ້າ​ຮ່ວມ​ມີ​ລັດຖະມົນຕີ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ລັດຖະມົນຕີ​ເສດຖະກິດ​ບັນ​ດາ​ປະ​ເທດ​ອົດ​ສະ​ຕາ​ລີ, ຈີນ, ອິນ​ເດຍ, ຍີ່ປຸ່ນ, ສ​ເກົາຫຼີ, ນິວຊີ​ແລນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫງວຽນ​ເກິມ​ຕູ໋ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ພາກ​ພື້ນ ​ແລະ ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ທ້າຍ​ປີ 2015, ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ EAS, ປຶກສາ​ຫາລື​ບັນດາ​ບັນຫາ​ພົ້ນ​ເດັ່ນ​ທີ່​ຖືກ​ຍົກ​ອອກ​ໃນ​ບົດ​ລາຍ​ງານ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເສດຖະກິດ​ກ່ຽວ​ກັບ​ອາ​ຊຽນ ​ແລະ EAS. ພິ​ເສດ​ແມ່ນ​ແຜນການ​ພັດທະນາຮອບດ້ານ​ອາຊີ 2.0, ສຸມ​ໃສ່​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ການ​ປ່ຽນ​ໃໝ່, ​ໃນ​ນັ້ນ​ມີ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບ​ອົງການ​ກອງ​ປະຊຸມ ສປຊ ກ່ຽວ​ກັບ​ດ້ານ​ການ​ຄ້າ ​ແລະ ການ​ພັດທະນາ ​ແນ​ໃສ່​ປັບປຸງ​ລະບົບ​ຂໍ້​ມູນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປອດ​ພາສີ​ສຳລັບ​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ