ບັນດາປະ​ເທດອາຊຽນ ເພີ່ມທະວີການຮ່ວມມື ຕ້ານອາດຊະຍາກຳ ຂ້າມຊາດ

ບັນດາປະ​ເທດອາຊຽນ ເພີ່ມທະວີການຮ່ວມມື ຕ້ານອາດຊະຍາກຳ ຂ້າມຊາດ - ảnh 1
(ພາບປະ​ກອບ: http://baosonla.org.vn)

(vovworld)- ​ແຕ່​ວັນ​ທີ 23-26/6, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ (SOM) ອາ​ຊຽນ ກ່ຽວກ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ​ຄັ້ງ​ທີ 14 (SOMTC 14)ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ Bandar Seri Begawan ປະ​ເທດ Brunei. ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ແລ​ກປ່ຽນ​ບັນ​ດາ​ຄວາມ​ຄຶບ​ໜ້າ​ບັນ​ລຸ​ໄດ້​ໃນ​ການ​ຕໍ່​ສູ້ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ບັນ​ດາ​ໄພ​ນາບ​ຂ​ູ່​ທີ່​ພົ້ນ​ເດັ່ນ​ໃນ​ຂົງ​ເຂດນີ້ ກໍ່​ຄື​ບັນ​ດາ​ຍຸດ​ທະ​ສາດ​ແນ​ໃສ່​ຊຸກ​ຍູ້​ການ​ປະ​ຕິ​ບັດບັນ​ດາແຜນ​ການ​ວຽກ​ງານ ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ​ຢ່າງ​ທັນ​ການ. ກອງ​ປະ​ຊຸມ​ຍັງ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ຂ້ອງ​ເຖິງ​ແຜນ​ການ​ລະ​ອຽດ​ປະ​ຊາ​ຄົມ​ການ​ເມືອງ-ຄວາມ​ສະ​ຫງົບ​ປອດ​ໄພ​ອາ​ຊຽນ ໃນ​ປີ 2015, ລາຍ​ການ​ເຮັດ​ວຽກ SOMTC ໃນ 8 ຂົງ​ເຂດ​ກ່ຽວ​ຂ້ອງ​ເຖິງ ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ໃນ​ນັ້ນ​ມີ​ການ​ຕ້ານກໍ່​ການ​ຮ້າຍ, ການ​ຄ້າ​ມະ​ນຸດ ແລະ ຟອກ​ເງິນ.

ອິນ​ເດຍ ແລະ ອາ​ຊຽນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

  ​ທີ່ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ (SOM) ອາ​ຊຽນ-ອິນ​ເດຍ​ ຄັ້ງ​ທີ 16 (AISOM 16) ຈັດ​ຂຶ້ນ​ໃນ​ວັນ​ທີ 24/6 ຢູ່ນະ​ຄອນຫຼວງ Bandar Seri Begawan ປະ​ເທດ Brunei, ບັນ​ດາ​ຫົວ​ໜ້າ SOM ຂອງ​ອາ​ຊຽນ ແລະ ​ອິນ​ເດຍ ໄດ້​ພ້ອມ​ກັນ​ພິ​ຈາ​ລະ​ນາ, ຕີ​ລາ​ຄາ​ຄວາມ​ຄຶບ​ໜ້າ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ​ອິນ​ເດຍ ໃນ 3 ເສົາ​ຄ້ຳຕົ້ນ​ຕໍ່: ການ​ເມືອງ-ຄວາມ​ສະ​ຫງົບ​ປອດ​ໄພ, ເສດ​ຖະ​ກິດ ແລະ ວັດ​ທະ​ນ​ະ​ທຳ-ສັງ​ຄົມ. ຄຽງ​ຄູ່​ກັນ​ນັ້ນ, ກອງ​ປະ​ຊຸມກໍ່​ໄດ້​ມຸ້ງ​ໄປ​ເຖິງການ​ເຊັນ​ສັນ​ຍາ​ການ​ຄ້າ​ການ​ບໍ​ລິ​ການ ແລະ ລົງ​ທຶນອ​າ​ຊຽນ-ອິນ​ເດຍ​ໂດຍ​ໄວ ແລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ເປີດ​ກ້​ວາງ​ກັບ​ອິນ​ເດຍ ຊື່ງ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ 8 ທີ່​ຈະ​ມາ​ເຖິງ​ຢູ່​ນະ​ຄອນຫຼວງ Nay Pyi Taw ປະ​ເທດ​ມຽນ​ມາ.

  ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ສັງ​ຄົມ, AISOM 16 ຮັບ​ຮູ້​ການ​ຮ່ວມ​ມື​ຢ່າງ​ແຮງ​ລະ​ຫວ່າງ​ປະ​ຊາ​ຊົນ​ອາ​ຊຽນ-ອິນ​ເດຍ ​ຜ່ານ​ບັນ​ດາ​ການ​ເຄື​່ອນ​ໄຫວ​ແຕກຕ່າງກັນ, ໂດຍ​ສະ​ເພາະ​ແມ່ນ​ການ​ແລກ​ປ່ຽນ​ນັກ​ສຶກ​ສາ, ບັນ​ດາ​ໂຄງ​ການ​ໂຄ​ສະ​ນາ ແລະ ການ​ດຳ​ເນີນ​ການ​ພົບ​ປະ​ປະ​ຈຳ​ປີ​ຄັ້ງ​ຕ່າງໆ​ຄື: ການ​ເຈ​ລະ​ຈາ​ເດ​ລີ ແລະ ການ​ເຈ​ລະ​ຈາ​ໂຕະ​ມົນ​ບັນ​ດາ​ຜູ້​ຊ່ຽວ​ຊານ​ອາ​ຊຽນ-ອິນ​ເດຍ./.

ຂ່າວ/ບົດ​ອື່ນ