ບັນດາປະເທດອາຊຽນຮ່ວມມືເພື່ອສະກັດຂັ້ນສະພາບໄຟໄໝ້ປ່າແລະໝອກຄວັນ

ບັນດາປະເທດອາຊຽນຮ່ວມມືເພື່ອສະກັດຂັ້ນສະພາບໄຟໄໝ້ປ່າແລະໝອກຄວັນ - ảnh 1
(ພາບປະກອບ)

(vovworld) – ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນ​ຕີ​ສິ່ງ​ແວດ​ລ້ອມ​ອາ​ຊຽນ ຄັ້ງ​ທີ 13 (AMME 13), ພວມ​ດຳ​ເນີນ​ໄປ​ຢູ່​ຮ່າ​​ໂນ​້ຍ, ກອງ​ປະຊຸມ​ບັນດາ​ປະ​ເທດ​ສະມາຊິກ​ເຂົ້າ​ຮ່ວມ​ສັນຍາ​ອາ​ຊຽນ ກ່ຽວ​ກັບມົນ​ລະ​ພິດໝອກ​ຄວັນ​ຂ້າມຊາຍ​ແດນ​ຄັ້ງທີ 11, ​ເຊິ່ງຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ມີ​ການ​ກະທົບ​ຢ່າງ​ຮ້າຍ​ແຮງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຄວາມ​ຊຸດ​​ໂຊມ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ ນັບ​ມື້​ນັບ​ສະ​ແດງ​ອອກແຈ້ງ​ກວ່າ​ໃນ​ພາກ​ພື້ນ. ບັນດາ​ລັດຖະມົນຕີ ​ໄດ້​ເຫ​ັນດີ​ສະ​ເໜີບັນດາ​ໃຫ້ການ​ນຳ​ອາຊຽນ ຮັບຮອງ​ເອົາລະ​ບົບຕິດຕາມ​ກວດ​ນາ​ໝອກຄວັນ​ຢູ່​ເຂດ​ອານຸພາກ​ພື້ນ ອາ​ຊຽນ. ທ່ານ ຫງວຽນ​ບ໋າ​ຫງ້າ​ຍ, ຮອງ​ຫົວໜ້າ​ກົມ​ໃຫຍ່​ກະສິກປ່​າ​ໄມ້, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໃຫ້​ຮູ້​ວ່າ, ​ເລື່ອງ​ສະ​ກັດ​ກັ້ນ​ການໄຟ​ໄໝ້​ປ່າ​ ແລະ ໝອກ​ຄວັນ ກ່ອນ​ອື່ນ​ໝົດ​ແມ່ນ​ໜ້າ​ທີ່​ຮັບ​ຜິ​ດຊອບຂອງ​​ແຕ່ລະ​ປະ​ເທດ.

      “ປະຈຸ​ບັນ, ບັນດາ​ປະ​ເທດ​ອາຊຽນ ​ໄດ້​ສ້າງຕັ້ງ​ສູນ​ຕິດຕ​າມກວດກາສະໜອງ​ຂໍ້​ມູນຂ່າວ​ກ່ຽວ​ຂ້າມຊາຍ​ແດນ. ສູນ​ດັ່ງກ່າວ ​ໄດ້​ສະໜອງຂໍ້​ມູນ​ຂ່າວ​ໃນ​ແຕ່​ລະ​ມື້, ​ແຕ່​ລະ​ຊົ່ວ​​ໂມງ ​ເປັນ​ປະຈຳ​ກ່ຽວ​ກັບ​​​ໄຟ​​ໄໝ້​ປ່າ, ສະພາບ​ໄຟ​​ໄໝ້ ກໍ​ຄື​ຄວບ​ຄຸ​ມອາກາດ. ບັນດາ​ປະ​ເທດ​ອາ​ຊຽນ ​ກໍໄດ້​ສ້າງ​ຕັ້ງກອງ​ທຶນ​ຕ້ານ​ໝອກຄວັນ, ​ໃນ​ນັ້ນ​ມີ​ຫວຽດນາມ. ນອກຈາກ​ກອງທຶນ​ໂດ​ຍບັນດາ​ປະ​ເທດ​ອາ​ຊຽນ ປະກອບສ່ວນ​ແລ້ວ ຍັງ​ຕ້ອງ​ຮຽກ​ຮ້ອງ​ການ​ປະກອບສ່ວນ, ອຸປະ​ຖຳຈາກ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ໃຫຍ່​ທີ່​ກ່ຽວ​ຂ້ອງ, ​ເພື່ອ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ, ມອດ​ໄພ​​ໄໝ້​ປ່າ ກໍ​ຄື​ປະຕິບັດ​ບັນດາ​ມາດ​ຕະການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢ່າງ​ມີ​ປະສິດທິ​ຜົນ”.

ຂ່າວ/ບົດ​ອື່ນ