ບັນດາປະເທດອາຊຽນເພີ່ມທະວີພາຍໃນກຸ່ມ, ຜ່ານຜ່າສິ່ງທ້າທາຍ

(VOVWORLD) -ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ທີ່ຈັດຕັ້ງທາງອອນລາຍໃນວັນທີ 26 ມິຖຸນາ.
ບັນດາປະເທດອາຊຽນເພີ່ມທະວີພາຍໃນກຸ່ມ, ຜ່ານຜ່າສິ່ງທ້າທາຍ - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມ ດ້ວຍບົດບາດເປັນປະທານອາຊຽນ 2020, ພ້ອມກັບການເຂົ້າຮ່ວມຂອງການນຳ 10 ປະເທດອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ແລະ ບັນດາເຈົ້າໜ້າທີ່ຂັ້ນສູງອື່ນໆ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ຢືນຢັນວ່າ, ໄປຄຽງຄູ່ກັບຄວາມທໍ້ຖອຍໃຈຂອງລັດທິຫຼາຍຝ່າຍ, ຄວາມເປັນລະບຽບຮຽບຮ້ອຍສາກົນທີ່ອີງໃສ່ກົດໝາຍສາກົນນັບມື້ນັບຖືກລະເມີດໃນທ່າມກາງບັນດາເງື່ອນໄຂດ້ານພູມສາດການເມືອງນັ້ນ, ທ່ານປະທານາທິບໍດີ ອິນໂດເນເຊຍ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງອາຊຽນ ໃນການຫັນທິດການປ່ຽນແປງດັ່ງກ່າວ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີປ້ອງກັນປະເທດໄທ ປຣະຢຸດ ຈັນໂອຊາ ໄດ້ສະເໜີ 3 ທິດທາງການກະທຳ ເພື່ອແນໃສ່ຊຸກຍູ້ອາຊຽນ ພາຍຫຼັງໂລກລະບາດໂຄວິດ-19, ນັ້ນແມ່ນ ອາຊຽນ ເຊື່ອມຕໍ່ເປັນຢ່າງດີກວ່າ, ອາຊຽນ ເຂັ້ມແຂງກວ່າ ແລະ ອາຊຽນ ຕ້ານພະຍາດໄດ້ດີກວ່າ.

        ສ່ວນທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ຢືນຢັນວ່າ, ເພື່ອນຳພື້ນຖານເສດຖະກິດພາກພື້ນກັບຄືນສູ່ສະພາບປົກກະຕິ, ອາຊຽນ ຄວນເພີ່ມທະວີການຮ່ວມມື ແລະ ຊຸກຍູ້ບັນດາຂໍ້ລິເລີ່ມທີ່ໄດ້ວາງອອກແລ້ວ.

        ເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມນີ້, ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ໄດ້ຕີລາຄາສູງກ່ຽວກັບບົດບາດພົ້ນເດັ່ນຂອງຫວຽດນາມ ໃນປີປະທານບໍລິຫານງານອາຊຽນ 2020. ທ່ານນາຍົກລັດຖະມົນຕີ Hun Sen ເນັ້ນໜັກວ່າ, ກຳປູເຈຍ ໃສ່ໃຈທີ່ສຸດເຖິງເລື່ອງຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ທະເລຕາເວັນອອກ. ບັນດາການຜັນແປຫຼ້າສຸດຢູ່ທະເລຕາເວັນອອກ ໄດ້ສ່ອງແສງຄວາມສຳຄັນຂອງເລື່ອງສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ ເພື່ອແນໃສ່ຮັກສາສັນຕິພາບຢູ່ທະເລຕາເວັນອອກ. ກ່ຽວກັບບັນຫານີ້, ທ່ານນາຍົກລັດຖະມົນຕີ Hun Sen ຖືວ່າ, ບັນດາຝ່າຍຄວນສຸມໃສ່ເຂົ້າໃນການລະງັບໃຈ ແລະ ນຳໃຊ້ບັນດາມາດຕະການໂດຍສັນຕິວີທີ ເໝາະສົມກັບກົດໝາຍ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

        ສ່ວນຕາມທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລ້ວ, ຄວນສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກ, ບໍ່ປະໃຫ້ໂລກລະບາດໂຄວິດ-19 ກັບມາແຜ່ລະບາດຄືນໃໝ່ ຜ່ານການສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນໃນການປ້ອງກັນ, ປິ່ນປົວ, ຄົ້ນຄວ້າພັດທະນາ, ຜະລິດຢາ ແລະ ວັກຊິນປ້ອງກັນພະຍາດ; ກຽມພ້ອມຟື້ນຟູເສດຖະກິດ - ສັງຄົມຢ່າງຮອບດ້ານ ພາຍຫຼັງໂລກລະບາດ ເພື່ອແນໃສ່ຟື້ນຟູບັນດາຂົງເຂດຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ…

ຕອບກັບ

ຂ່າວ/ບົດ​ອື່ນ