ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້​ເຊັນ​ຂໍ້​ຕົກ​ລົງ​ສົມ​ທົບ​ກັນ​ປົກ​​ປັກ​ຮັກ​ສາ​ປ່າ Amazon

(VOVWORLD) - ວັນທີ 6 ກັນຍາ, 7 ປະເທດມີປ່າ Amazon ຢູ່ອາເມລິກາໃຕ້ ໄດ້ເຊັນຂໍ້ຕົກລົງສະບັບໜຶ່ງເພື່ອແນໃສ່ປົກປັກຮັກສາປ່າເຂດຮ້ອນແຫ່ງໃຫ່ຍກ່ວາໝູ່ໃນໂລກນີ້.
ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້​ເຊັນ​ຂໍ້​ຕົກ​ລົງ​ສົມ​ທົບ​ກັນ​ປົກ​​ປັກ​ຮັກ​ສາ​ປ່າ  Amazon - ảnh 1

ໄຟໄໝ້ປ່າ Amazon ຢູ່ປະເທດບຼຊິນ (ພາບ: AFP/TTXVN)

  ກ່າວຄຳເຫັນທີ່ພິທີເຊັນຂໍ້ຕົກລົງຢູ່ນະຄອນ Leticia ທາງທິດໃຕ້ປະເທດ Colombia ທ່ານປະທານາທິບໍດີ Colombia Ivan Duque ໃຫ້ຮູ້ວ່າ ການນຳປະເທດຕ່າງໆຈະພົບປະກັນໃນການເຄື່ອນໄຫວຢູ່ນອກກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ໃນເດືອນທັນວາທີ່ຈະມາເຖິງ.

   ຕາມຂໍ້ຕົກລົງຫາກໍ່ໄດ້ເຊັນນັ້ນ, ປະເທດຕ່າງໆຈະສ້າງຕັ້ງລະບົບຮັບມືກັບໄພທຳມະຊາດເພື່ອສາມາດສົມທົບກັນເປັນຢ່າງດີກ່ວາອີກ ຄືໃນກໍລະນີເກີດໄຟໄໝ້ປ່າຂະໜາດໃຫ່ຍ. ຂໍ້ຕົກລົງດັ່ງກ່າວກໍ່ຈະຊຸກຍູ້ບັນດາຂໍ້ລິເລີ່ມປູກປ່າ, ເພີ່ມການເຄື່ອນໄຫວຕິດຕາມບັນດາບັນຫາຢູ່ປ່າ Amazon ຜ່ານດາວທຽມ. ນອກຈາກນັ້ນແລ້ວ, ປະເທດຕ່າງໆກໍ່ເຫັນດີເປັນເອກະສັນຈະແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາການເຄື່ອນໄຫວຜິດກົດໝາຍຢູ່ປ່າ Amazon ຄື: ການຂຸດຄົ້ນແຮ່ທາດຢ່າງຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ