ບັນດາປະເທດເຂດອ່າວ ເປີເຊຍ ດໍາເນີນການຊ້ອມຮົບຮ່ວມ

(VOVWORLD) -ການຊ້ອມຮົບດັ່ງກ່າວ ແມ່ນໜຶ່ງໃນບັນດາການຊ້ອມຮົບໃຫຍ່ທີ່ສຸດໃນພາກພື້ນ ກ່ຽວກັບຈໍານວຍທະຫານ, ຈໍານວຍປະເທດເຂົ້າຮ່ວມ ແລະ ຄຸນນະພາບຂອງອາວຸດປະເພດຕ່າງໆ.

ວັນທີີ 23 ກຸມພາ, ກໍາລັງຂອງບັນດາປະເທດ ເຂດອ່າວ ເປີເຊຍ ໄດ້ເລີ່ມດໍາເນີນການຊ້ອມຮົບຮ່ວມ ທີ່ມີຊື່ວ່າ “Peninsula Shield” ຢູ່ ອາຣັບບີ ຊາອູດິ. ການຊ້ອມຮົບດັ່ງກ່າວຖືກດໍາເນີນເປັນເວລາ 02 ອາທິດ, ໂດຍແບ່ງເປັນ 4 ໄລຍະ. ໃນນັ້ນ ມີໄລຍະເຕົ້າໂຮມກໍາລັງຈາກບັນດາປະເທດ, ການສອນ, ການຊ້ອມຮົບບັນຊາສູ້ຮົບ, ການຊ້ອມຮົບການຍິງດ້ວຍລູກປືນແທ້ ແລະ ສຸດທ້າຍແມ່ນລາຍການສະຫຼຸບການຊ້ອມຮົບ. ທ່ານ Abdullah bin Saeed Al Qahtani ຜູ້ບັນຊາການຊ້ອມຮົບຄັ້ງນີ້ ໃຫ້ຮູ້ວ່າ ການເຄື່ອນໄຫວຊ້ອມຮົບມີທັງບັນດາກໍລະນີສັນນິຖານໃນການເຄື່ອນໄຫວສູ້ຮົບ ເພື່ອແນໃສ່ເພີ່ມທະວີກໍາລັງຄວາມສາມາດໃນການສູ້ຮົບຂອງບັນດາກໍາລັງ. ການຊ້ອມຮົບດັ່ງກ່າວ ແມ່ນໜຶ່ງໃນບັນດາການຊ້ອມຮົບໃຫຍ່ທີ່ສຸດໃນພາກພື້ນ ກ່ຽວກັບຈໍານວຍທະຫານ, ຈໍານວຍປະເທດເຂົ້າຮ່ວມ ແລະ ຄຸນນະພາບຂອງອາວຸດປະເພດຕ່າງໆ.


ຕອບກັບ

ຂ່າວ/ບົດ​ອື່ນ