ບັນດາປະເທດເນັ້ນໜັກເຖິງມາດຕະການແກ້ໄຂສັນຕິພາບໃຫ້ບັນຫາສປປ.ເກົາຫຼີ

(VOVWORLD) -ປະຕິກິລິຍາຕໍ່ຄຳນາບຂູ່ຂອງທ່ານປະທານາທິບໍດີອາເມລິກາ Donald Trump ໃນວັນທີ 19 ກັນຍາ ວ່າ

ບັນດາປະເທດເນັ້ນໜັກເຖິງມາດຕະການແກ້ໄຂສັນຕິພາບໃຫ້ບັນຫາສປປ.ເກົາຫຼີ - ảnh 1ສປປ.ເກົາຫຼີ ຍິງລູກສອນໄຟ

(ພາບ: KCNA/Reuters)

ອາດຈະ “ດັບສູນ” ສປປ.ເກົາຫຼີ ໃຫ້ໝົດກ້ຽງ, ຖ້າຫາກພຽງຢາງ ບໍ່ລະງັບໃຈຕໍ່ໂຄງການນິວເຄຼຍ ແລະ ລູກສອນໄຟຂອງຕົນ, ແລະ ກໍ່ໃນວັນດຽວກັນ, ການນຳຫຼາຍປະເທດໃນໂລກໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມແກ້ໄຂບັນຫາສປປ.ເກົາຫຼີ ໂດຍສັນຕິວິທີ. ທີ່ການປະຊຸມຂ່າວພາຍຫຼັງກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ພັດເນັ້ນໜັກເຖິງການລົງໂທດວ່າແມ່ນມາດຕະການໜຶ່ງດຽວສຳລັບບັນຫາສປປ.ເກົາຫຼີ. ແລະກໍ່ໃນວັນດຽວກັນ, ປະຕິກິລິຍາຕໍ່ບົດກ່າວປາໄສຂອງທ່ານປະທານາທິບໍດີອາເມລິກາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ກໍ່ເຫັນດີກັບທັດສະນະໂດຍຖືວ່າ ມາດຕະການໜຶ່ງດຽວສຳລັບບັນຫາສປປ.ເກົາຫຼີ ແມ່ນ “ສັນຕິພາບ ແລະ ການທູດ”.

ຕອບກັບ

ຂ່າວ/ບົດ​ອື່ນ