ບັນດາປະເທດເພີ່ມທະວີກຳລັງປ້ອງກັນຄວາມສະຫງົບຕ້ານການກໍ່ການຮ້າຍ

(VOVWORLD) - ລັດຖະບານ Tunisia ຫາກໍ່ຕັດສິນໃຈແກ່ຍາວສະພາວະສຸກເສີນແຫ່ງຊາດຕື່ມອີກ 4 ເດືອນຢູ່ປະເທດ ອາບຟຣີກາເໜືອນີ້, ທີ່ເຄີຍຖືກຈັດວາງພາຍຫຼັງການບຸກໂຈມຕີກໍ່ການຮ້າຍເມື່ອປີ 2015 ເຮັດໃຫ້ທະຫານ 12 ຄົນເສຍຊີວິດ. 

ບັນດາປະເທດເພີ່ມທະວີກຳລັງປ້ອງກັນຄວາມສະຫງົບຕ້ານການກໍ່ການຮ້າຍ - ảnh 1ຕຳຫຼວດ Tunisia

(ພາບ: ສຳນັກຂ່າວສານ ຊິນຮວາ)

ກົດໝາຍ Tunisia ກຳນົດວ່າໃນໄລຍະເວລາຈັດວາງສະພາວະສຸກເສີນ, ບັນດາເຈົ້າໜ້າທີ່ ໄດ້ອະນຸຍາດຫ້າມບັນດາການແຫ່ຂະບວນປະທ້ວງ, ຢຸດງານ ແລະ ເຕົ້າໂຮມທີ່ອາດຈະ “ກໍ່ໃຫ້ເກີດ ຫຼື ຮັກສາສະພາບການຂາດສະຖຽນລະພາບ” ກໍ່ຄືນຳໃຊ້ທຸກໆມາດຕະການເພື່ອແນໃສ່ຮັບປະກັນຄວບຄຸມສື່ມວນຊົນ ແລະ ບັນດາສິ່ງພິມ. ມາດຕະການນີ້ກໍ່ອະນຸຍາດໃຫ້ກະຊວງພາຍໃນ Tunisia ຈັບຕົວບັນດາເປົ້າໝາຍມີການກະທຳ “ກໍ່ຄວາມອັນຕະລາຍເຖິງຄວາມສະຫງົບ”.

        ໃນຂະນະນັ້ນ, ອົງການປ້ອງກັນຄວາມສະຫງົບສືບລາຊະການລັບ ແຟງລັງ (SUPO) ກໍ່ປະກາດຍົກລະດັບການເຕືອນໄພນາບຂູ່ກໍ່ການຮ້າຍຂຶ້ນຂັ້ນໜຶ່ງ, ໃນສະພາບການເພີ່ມທະວີໄພອັນຕະລາຍຂອງອົງການ IS ມີກົນອຸບາຍດຳເນີນການບຸກໂຈມຕີ.

ຕອບກັບ

ຂ່າວ/ບົດ​ອື່ນ