ບັນດາປະເທດເພີ່ມທະວີຄວາມສາມັກຄີ,ສົມທົບກັນເພື່ອຮັກສາຫນ່ວຍໂລກຂຽວ

(VOVWORLD) -ຕອນເຊົ້າວັນທີ11ພຶດສະພາ,ກອງປະຊຸມຫົວເລື່ອງສະເພາະ IPU ພາກພື້ນອາຊີ ປີຟີກ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ” ໂດຍ ສະຫະພັນລັດຖະສະພາສາກົນ (IPU) ແລະ ສະພາແຫ່ງຊາດຫວຽດນາມ ສົມທົບກັນຈັດຕັ້ງໄດ້ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ.
ບັນດາປະເທດເພີ່ມທະວີຄວາມສາມັກຄີ,ສົມທົບກັນເພື່ອຮັກສາຫນ່ວຍໂລກຂຽວ - ảnh 1 ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ

ເຂົ້າຮ່ວມກອງປະຊຸມມີທ່ານ Saber Chowdhury, ປະທານສະຫະພັນລັດຖະສະພາສາກົນ (IPU); ທ່ານ Martin Chungong, ເລຂາທິການໃຫຍ່ IPU; ທ່ານ Isra Sunthornvut, ເລຂາທິການໃຫຍ່ສະພາສະຫະພັນລັດຖະສະພາ ອາຊຽນ (AIPA) ແລະ ຜູ້ແທນກ່ວາ 200 ຄົນທີ່ມາຈາກສະພາແຫ່ງຊາດຂອງ 24 ປະເທດໃນພາກພື້ນ ອາຊີ - ປາຊີຟິກ, ພ້ອມກັບບັນດາຜູ້ຕາງໜ້າຂອງອົງການສາກົນຕ່າງໆ… ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນຫນັກວ່າ: ຫນ່ວຍໂລກແມ່ນຊາຍຄາລວມ, ສະນັ້ນ ບັນດາປະເທດຕ້ອງເພີ່ມທະວີຄວາມສາມັກຄີ ແລະ ພ້ອມກັນມີການເຄື່ອນໄຫວດ້ວຍຄວາມຮັບຜິດຊອບເພື່ອຮັກສາຫນ່ວຍໂລກຂຽວໃຫ້ລຸ້ນຄົນອະນາຄົດ. ນັ້ນແມ່ນເປົ້າໝາຍພັດທະນາແບບຍືນຍົງ ຊື່ງບັນດາປະເທດເປັນເອກະພາບທີ່ວາລະປະຊຸມ ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດເມື່ອເດືອນກັນຍາປີ 2015.

        “ສະພາແຫ່ງຊາດຫວຽດນາມ ໄດ້ເປັນເອກະພາບສູງກັບ IPU ກ່ຽວກັບເນື້ອໃນຂອງກອງປະຊຸມຫົວເລື່ອງສະເພາະຄັ້ງນີ້ ນັ້ນແມ່ນ: ປຶກສາຫາລືບັນດາເປົ້າໝາຍພັດທະນາແບບຍືນຍົງ, ສຸມໃສ່ເປົ້າໝາຍກ່ຽວກັບຄວາມສະເຫມີພາບລະຫວ່າງຍິງຊາຍ ແລະ ສຸຂະພາບໃນສະພາວະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປຶກສາຫາລືກ່ຽວກັບສິ່ງທ້າທາຍ, ກາລະໂອກາດ ແລະ ການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາຄຳໝັ້ນສັນຍາສາກົນ ແລະ ບົດບາດຂອງບັນດາອົງການນິຕິບັນຍັດ ແລະ ລະດົມແຫລ່ງກຳລັງເພື່ອປະຕິບັດເປົ້າໝາຍພັດທະນາເວົ້າລວມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດເວົ້າສະເພາະ.”

ຕາມທ່ານ Saber Chowdhury, ປະທານສະຫະພັນລັດຖະສະພາສາກົນແລ້ວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ມີຈຸດສຸມນັ້ນແມ່ນ ແກ້ໄຂໄພທຳມະຊາດ. ສະນັ້ນ ຄວນຍົກອອກບັນດາຍຸດທະສາດຂະຫຍັນຂັນເຄື່ອນກວ່າໃຫ້ແກ່ແມ່ຍິງ, ເດັກນ້ອຍ, ໃຫ້ທັງມະນຸດໃນການສະກັດກັ້ນ, ແກ້ໄຂຜົນຮ້າຍຈາກໄພທຳມະຊາດ.

ພາຍຫລັງພິທີໄຂ, ບັນດາຜູ້ແທນໄດ້ເຂົ້າຮ່ວມວາລະປະຊຸມຄົບຄະນະທີຫນຶ່ງ, ສຸມໃສ່ປຶກສາຫາລືເນື້ອໃນ “ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ບົດບາດຂອງບັນດາລັດຖະສະພາເພື່ອບັນລຸບັນດາເປົ້າໝາຍນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ