ບັນດາປະເທດເລັ່ງລັດສປປ.ເກົາຫຼີ ປະຕິບັດບັນດາມະຕິຂອງສະຫະປະຊາຊາດຢ່າງຂັ້ມງວດ

ບັນດາປະເທດເລັ່ງລັດສປປ.ເກົາຫຼີ ປະຕິບັດບັນດາມະຕິຂອງສະຫະປະຊາຊາດຢ່າງຂັ້ມງວດ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 30/01, ບັນດາ​ເຈົ້າ​ໜ້າ​ທີ່​ມາ​ຈາກ 27 ພື້ນຖານ​ເສດຖະກິດ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟີ​ກ ຮຽກຮ້ອງ​ໃຫ້ ສປປ.​ເກົາຫຼີ ປະຕິບັດ​ບັນດາ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ​ຢ່າງ​ຂັ້ມ​ງວດ ​ແລະ ຢຸດດຳ​ເນີນ​ການ​ພັດທະນາ​ນິວ​ເຄຼຍ ຫຼື ຍິງ​ທົດ​ລອງລູກສອນ​ໄຟ. ຄຳຮຽກຮ້ອງ​​ດັ່ງກ່າວ​ໃນ​ມະຕິສະບັບ​ໜຶ່ງທີ່​ໄດ້​ຮັບ​ການ​ອະນຸມັດ​ຜ່ານ​ຢູ່​ວາລະ​ອັດ​ກອງ​ປະຊຸມ​ຄັ້ງ​ທີ 21 ​​ຂອງເວທີ​ປາ​ໄສ​ລັດຖະສະພາ​ອາຊີ - ປາຊີ​ຟີ​ກ (APPF - 21) ຢູ່ນະຄອນ Vladivostok, ປະ​ເທດ​ລັດ​ເຊຍ. ມະຕິ​ດັ່ງກ່າວ​ໄດ້ຮັບ​ການ​ອະນຸມັດ​ຜ່ານ​ພາຍຫຼັງ​ທີ່ ອາທິດ​ກ່ອນ, ພຽງ​ຢາງ​ໄດ້​ກ່າວ​ເຕືອນວ່າ ອາດ​ຈະ​ດຳ​ເນີນ​ການ​ທົດ​ລອງ​ລູກ​ສອນ​ໄຟ​ເພື່ອ​ແນ​ໃສ່​ໂຕ້​ຕອບ​ມະຕິ​​ໃໝ່​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ເຊິ່ງ​​ໄດ້​ເພີ່ມ​ທະວີ​ການ​ລົງ​​ໂທດປະ​ເທດ​ນີ້ ພາຍຫຼັງ​ການ​ຍິງ​ລູກ​ສອນ​ໄຟ​ເມື່ອ​ເດືອນ 12/2012. ຍີ່ປຸ່ນ ​ໄດ້​ສະ​ເໜີ​ໃນ​ມະຕິ​ວ່າ ຕ້ອງ​ຮຽກຮ້ອງ​ໃຫ້ ສປປ.​ເກົາຫຼີ ຈົ່ງສືບສວນ​ກໍລະນີ​ພົນລະ​ເມືອງ​ຂອງ​ຍີ່ປຸ່ນ ຖືກ​ລອບ​ຈັບ​ຕົວຢູ່​ສປປ.​ເກົາ​ຫຼີ ​ໃນ​ອະດີດ ​​ແລະ ບໍ່​ພັດທະນາບັນດາ​ອາວຸດ​ລ້າງ​ຜານ. ​ແຕ່​ຄຳຮຽກຮ້ອງ​ດັ່ງກ່າວ​ຖືກ​ຝ່າຍ​ຈີນ​ - ລັດ​ເຊຍ ຄັດ​ຄ້ານ
ຂ່າວ/ບົດ​ອື່ນ