ບັນດາ​ປະ​ເທດ​ເອີຣົບ ຮຽກຮ້ອງ​ໃຫ້ ອີຣານ ຮ່ວມ​ມື​ຢ່າງ​ຄົບ​ຖ້ວນກັບ ອົງການ​ພະລັງງານ​ປະລະມາ​ນູສາກົນ​

(VOVWORLD) -ບັນດາປະເທດມະຫາອໍານາດເອີຣົບ, ໃນນັ້ນ ມີ ເຢຍລະມັນ, ຝລັ່ງ, ອັງກິດ ໄດ້ຮຽກຮ້ອງໃຫ້ ອີຣານ ຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA) ຢ່າງຄົບຖ້ວນ ແລະ ວ່ອງໄວ.
ບັນດາ​ປະ​ເທດ​ເອີຣົບ ຮຽກຮ້ອງ​ໃຫ້ ອີຣານ ຮ່ວມ​ມື​ຢ່າງ​ຄົບ​ຖ້ວນກັບ ອົງການ​ພະລັງງານ​ປະລະມາ​ນູສາກົນ​ - ảnh 1 ບ່ອນເສີມທາດ ຢູຣານຽມ Fordo ຢູ່ Qom, ທາງພາກເໜືອຂອງ ອີຣານ (ພາບ: AFP/TTXVN)

        ວັນທີ 16 ມິຖຸນາ, ສໍານັກຂ່າວສານ Reuters ໄດ້ໃຫ້ຂ່າວວ່າ ບັນດາປະເທດມະຫາອໍານາດເອີຣົບ, ໃນນັ້ນ ມີ ເຢຍລະມັນ, ຝລັ່ງ, ອັງກິດ ໄດ້ຮຽກຮ້ອງໃຫ້ ອີຣານ ຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA) ຢ່າງຄົບຖ້ວນ ແລະ ວ່ອງໄວ. ຕາມຮ່າງມະຕິລົງວັນທີ 10 ມິຖຸນາ ແລ້ວ, ບັນດາປະເທດ ເອີຣົບ ສະເໜີໃຫ້ ອີຣານ ອະນຸຍາດໃຫ້ບັນດາປະເທດສັງເກດການສາກົນຂອງ IAEA ໄດ້ສໍາຜັດກັບບັນດາສະຖານທີ່ ແລະ ປະຕິບັດພັນທະ ທີ່ໄດ້ລະບຸໄວ້ໃນອະນຸສັນຍາສະບັບເພີ່ມເຕີມຂອງ ສົນທິສັນຍາວ່າດ້ວຍການບໍ່ແຜ່ຂະຫຍາຍນິວເຄຼຍ (NPT). ໄປຄຽງຄູ່ກັນນັ້ນ, ບັນດາປະເທດມະຫາອໍານາດເອີຣົບ ກໍຢາກຊຸກຍູ້ການຕໍາໜິຕິຕຽນ ອີຣານ ຢູ່ IAEA ຍ້ອນ ເຕເຮຣານ ຍັງບໍ່ເຫັນດີອະນຸຍາດໃຫ້ບັນດາປະເທດສັງເກດການສາກົນສໍາຜັດກັບສະຖານທີ່ 2 ແຫ່ງ ເຊິ່ງຖືວ່າ ອາດຈະເປັນບ່ອນເຄີຍດໍາເນີນການເຄື່ອນໄຫວນິວເຄຼຍຂອງປະເທດນີ້.

        ແລະ ໃນວັນດຽວກັນ, ລັດເຊຍ ໃຫ້ຄໍາໝັ້ນສັນຍາ ຈະຄຽງບ່າຄຽງໄຫຼ່ກັບ ປະເທດພັນທະມິດ ອີຣານ ແລະ ຕ້ານຄືນທຸກກົນອຸບາຍຊຸກຍູ້ໂຄງການດໍາເນີນງານ ທີ່ແນໃສ່ ເຕເຮຣານ. 

ຕອບກັບ

ຂ່າວ/ບົດ​ອື່ນ