ບັນ​ດາ​ປະ​ເທດ​ເອີ​ລົບ​ສະ​ໜັ​ບ​ສະ​ໜູນ​ການ​ສະ​ໜອງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ວັກ​ຊິນ​ໃຫ້​ແກ່ ຫວຽດ​ນາມ

(VOVWORLD) -ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດນີ້, ທ່ານ ວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຮູ້ວ່າ, ລັດຖະສະພາ/ສະພາແຫ່ງຊາດຫຼາຍປະເທດໄດ້ສະໜັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາຈະຖ່າຍທອດເຕັກໂນໂລຢີ ວັກຊິນໃຫ້ແກ່ ຫວຽດນາມ.
ບັນ​ດາ​ປະ​ເທດ​ເອີ​ລົບ​ສະ​ໜັ​ບ​ສະ​ໜູນ​ການ​ສະ​ໜອງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ວັກ​ຊິນ​ໃຫ້​ແກ່ ຫວຽດ​ນາມ - ảnh 1ທ່ານບຸຍວັນເກື່ອງ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຕາງໜ້າຄະນະປະຕິບັດງານຮັບງົບປະມານສະໜັບສະໜູນນະຄອນໂຮ່ຈີມິນ ແລະ ກອງທຶນວັກຊິນກັນໂຄວິດ - 19

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຫາກໍ່ສິ້ນສຸດການເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 (WCPS5) ຢູ່ໂອຕາລິດຢ່າງເປັນທາງການ, ເຮັດວຽກກັບລັດຖະສະພາເອີລົບ (EP), ລາຊະອານາຈັກ ແບນຊິກ ແລະ ຢ້ຽມຢາມແຟງລັງ ໃນລະຫວ່າງວັນທີ 5 – 11 ກັນຍາ ຢ່າງເປັນທາງການ. ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດນີ້, ທ່ານ ວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຮູ້ວ່າ, ລັດຖະສະພາ/ສະພາແຫ່ງຊາດຫຼາຍປະເທດໄດ້ສະໜັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາຈະຖ່າຍທອດເຕັກໂນໂລຢີ ວັກຊິນໃຫ້ແກ່ ຫວຽດນາມ. ທ່ານໃຫ້ຮູ້ວ່າ:

ສະພາແຫ່ງຊາດ/ລັດຖະສະພາຈຳນວນຫຼາຍ ລ້ວນແຕ່ສະໜັບສະໜູນທີ່ສຸດຕໍ່ການຊຸກຍູ້ການພົວພັນ, ໃນການທູດວັກຊິນ. ເຖິງຢ່າງໃດກໍຕາມ ສະພາແຫ່ງຊາດ/ລັດຖະສະພາໄດ້ສະໜັບສະໜູນການສະໜອງ, ແບ່ງປັນ ແລະ ຍິ່ງໄປກ່ວານັ້ນແມ່ນ ການຖ່າຍທອດເຕັກໂນໂລຢີວັກຊິນໃຫ້ແກ່ ຫວຽດນາມ ເພື່ອ ໃຫ້ຫວຽດນາມ ຫຼຸດພົ້ນອອກຈາກໂລກລະບາດໂຄວິດ - 19 ໂດຍໄວ, ຟື້ນຟູເສດຖະກິດຢ່າງແຮງ ແລະ ຮັບປະກັນການຮັກສາລະບົບສະໜອງທົ່ວໂລກ, ພິເສດແມ່ນສຳລັບບັນດາວິສາຫາກິດເອີລົບທີ່ມີການລົງທຶນຂະໜາດໃຫຍ່ຢູ່ ຫວຽດນາມ. ຖ້າຫາກວ່າ ຫວຽດນາມຖືກຜົນສະທ້ອນ ກໍ່ມີຜົນສະທ້ອນຕໍ່ແຫຼ່ງສະໜອງຂອງ ເອີລົບ.

ຕາມທ່ານ ຫວູຫ໋າຍຮ່າ ແລ້ວ, ໃນການເຮັດວຽກຄັ້ງຕ່າງໆ, ບັນດາປະເທດລ້ວນແຕ່ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜັບສະໜູນ ຫວຽດນາມ ໃນການຊອກຫາແຫຼ່ງສະໜອງວັກຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ