ບັນດາປະເທດເອີລົບຮັດແໜ້ນການປ້ອງກັນຄວາມສະຫງົບກ່ອນປີໃໝ່

ບັນດາປະເທດເອີລົບຮັດແໜ້ນການປ້ອງກັນຄວາມສະຫງົບກ່ອນປີໃໝ່ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) –​ ​​ວັນ​ທີ 30/12, ເຈົ້າ​ຄອງ​ນະ​ຄອນ​ນະ​ຫຼວງບ​ຣຸກ​ແຊນ Yvan Mayeur ໄດ້​ຕົກ​ລົງ​ຍຸບ​ເລີກ​ການ​ເຄື່ອນ​ໄຫວ​​ທັງ​ໝົດ ລວມ​ທັງ​​ລາຍການ​ສະ​ແດງ​​ດົນ​ຕີ ແລະ ຍິງບັ້ງ​ໄຟ​ດອກ​ໃນ​ຄ່ຳ​ຄືນ​​ສົ່ງ​ທ້າຍ​ປີ​ເກົ່າຕ້ອນ​ຮັບ​ປີ​ໃໝ່ 2016, ​ເຊິ່ງຄາດ​ຄະ​ເນ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ຫຼວງ De Brouckere. ຕາມ​ທ່ານ ເຈົ້າ​ຄອງ​ນະ​ຄອນ Yvan Mayeur ແລ້ວ, ຂໍ້​ຕົກ​ລົງ​ດັ່ງ​ກ່າວ​​ແມ່ນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພໃນ​ຈຸດ​ເວ​ລາ​ສຳ​ຄັນ ແລະ ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງປະ​ຊາ​ຊົນ​ເປັນ​ຈຳ​ນ​ວນ​ຫຼວງ​ຫຼາຍ. ໃນ​ຄ່ຳ​ຄືນ​ວັນ​ທີ 31/12, ​ຈະ​​ຜັນ​ຂ​ະ​ຫຍາຍຕ​ຳ​ຫຼວດຫຼາຍ​ຄົນ​ຢູ່​ເຂດ​ໃຈ​ກາງ​ນະ​ຄອນ. ບັນ​ດາ​ລາຍ​ການ​ງານ​ຕະ​ຫຼາດ​ນັດຄຼິດ​ສ​ມາດ, ​ພັດ​ທະ​ຄານ, ຮ້ານ​ກາ​ເຟ ຍັງ​ເປີດ​​ບໍ​ລິ​ການ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ຢູ່.

      ໃນ​ຂະ​ນະ​ນັ້ນ, ​ວັນ​ທີ 31/12, ຕ​ຳ​ຫຼວດ​ຕວກ​ກີ ໄດ້​ຈັບ​ຕົວ 2 ຄົນ​ສັງ​ກັດ​ອົງ​ການ​ລັດ​​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ ​ທີ່ຖືກ​ສົງ​ໄສວ່​າ​ພວມ​ວາງ​ແຜນ​ການ​ປະ​ຕິ​ບັດ​ການ​ ກໍ່ການ​ຮ້າຍ​ຢູ່​ເຂດ​ໃຈ​ກາງ Ankara, ​ໂດຍລະ​ອຽດ​ແມ່ນ​​ຢູ່ສະ​ໜາມ​ຫຼວງ Kizilay, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ມີ​ປະ​ຊາ​ຊົ​ນ​ເປັນ​ຈຳ​ນວນ​ຫຼ​າຍ​ຈະ​ເຂົ້າ​ຮ່ວມ​ພິ​ທີ​ຕ້ອ​ນ​ຮັບ​ປີ​ໃໝ່ ໃນ​ຄ່ຳ​ຄືນ​ວັນ​ທີ 31/12.

ຂ່າວ/ບົດ​ອື່ນ