ບັນ​ດາ​ປະ​ເທດໃນ​ກຸ່ມ​ອາ​ຣັບ​ ໄດ້​ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ລີ​ບີ

(VOVWORLD) - ບັນດາລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມປະເທດອາຣັບ ໄດ້ຈັດກອງປະຊຸມດ່ວນໃນວັນທີ 22 ມິຖຸນາ, ຕາມຄຳຮຽກຮ້ອງຂອງເອຢິບເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ລີບີ.
ບັນ​ດາ​ປະ​ເທດໃນ​ກຸ່ມ​ອາ​ຣັບ​ ໄດ້​ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ລີ​ບີ - ảnh 1ກອງປະຊຸມຂອງກຸ່ມບັນດາປະເທດອາຣັບ (ພາບ: RT/vov.vn

ກອງປະຊຸມຈະໄດ້ຮັບການຈັດຕັ້ງຕາມຮູບການທາງອອນລາຍພາຍໃຕ້ການເປັນປະທານ ຂອງ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ໂອມານ. ໃນຕະຫຼອດໄລຍະທີ່ຜ່ານມາ. ເອຢິບໄດ້ມານະພະຍາຍາມແກ້ໄຂວິກິດການຢູ່ ລີບີ ແລະ ຢຸດຕິການແຊກແຊງຂອງບັນດາປະເທດຕ່າງໆເຂົ້າປະເທດນີ້. ເຖິງຢ່າງໃດກໍ່ຕາມ, ກຳລັງພາກຕາເວັນອອກ ແລະ ກຳລັງລັດຖະບານສາມັກຄີແຫ່ງຊາດ ຂອງທ່ານ Fayez al-Sarraj ນາຍົກລັດຖະມົນຕີ ໂດຍ ຕວັກກີໜູນຫຼັງຍັງຄົງມີຄວາມເຄັ່ງຕຶງທີ່ປີນຂັນໄດ. ມີຫຼາຍປະເທດໃນກຸ່ມອາຣັບບິ ໄດ້ສະໜັບສະໜູນເອຢິບໃນການປ້ອງກັນຊາຍແດນ, ຕ້ານລັດທິຫົວຮຸນແຮງ ແລະ ກ່າວປະນາມການແຊກແຊງເຂົ້າສະພາບການພາຍໃນຂອງລີບີແບບບໍ່ຖືກຕ້ອງຕາມກົດໝາຍຂອງປະເທດຕ່າງໆ.

        ໃນຂະນະນັ້ນ, ກອງທັບແຫ່ງຊາດ ລີບີໂດຍທ່ານນາຍພົນ Haftar ບັນຊາການປະກາດວ່າຈະຮັບມືກັບບໍ່ວ່າເປົ້າໝາຍໃດທີ່ນາບຂູ່ຕໍ່ຜືນແຜ່ນດິນຂອງລີບີ. ກອງທັບແຫ່ງຊາດ ລີບີເນັ້ນໜັກເຖິງການຮຸກຮານ ຂອງ ຕວັກກີ ແລະ ການຢຶດຄອງໂດຍກົງຂອງເຂົາເຈົ້າຢູ່ບັນດາຜືນແຜ່ນດິນຂອງລີບີແມ່ນໄພນາບຂູ່ດ້ານຄວາມໝັ້ນຄົງ ບໍ່ພຽງແຕ່ສຳລັບລີບີ, ເອຢິບ ແລະ ພາກພື້ນ ອາຣັບ ເທົ່ານັ້ນ ຫາກຍັງແມ່ນສຳລັບເອີລົບອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ