ບັນ​ດາ​ປະ​ເທ​ດ​ໃນ​ທົ່ວ​ໂລກ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ໂລກ​ລະ​ບາດCovid– 19

(VOVWORLD) -ອົງການຄົ້ນຄ້ວາວິທະຍາສາດແລະເຕັກໂນໂລຢີອົດສະຕາລີ (CSIRO) ໄດ້ເລີ່ມທົດລອງໄລຍະທີ 1 ຂອງວັກຊີນຢູ່ໃນເຫງັນ 2 ໂຕເພື່ອປ້ອງກັນCovid - 19 ຢູ່ຫ້ອງທົດລອງສັດຕະວະແພດອົດສະຕາລີຢູ່ນະຄອນ Geelong (ຂຶ້ນກັບລັດ Victoria). ວິວັດການທົດລອງຄາດວ່າຈະແກ່ຍາວເປັນເວລາປະມານ 3 ເດືອນ, ຢູ່ຮາກຖານສ້າງຕັ້ງຄວາມປອດໄພຊີວະສາດຂັ້ນສູງຢູ່ Geelong.

ຢູ່ອິນໂດເນເຊຍ, ບັນດາອົງການການແພດຂອງປະເທດນີ້ຈະນຳໃຊ້ຊຸດກວດພະຍາດວັນນະໂລກທີ່ມີຢູ່ແລ້ວໃນໂຮງໝໍແລະສູນການແພດກວ່າ 132 ແຫ່ງເພື່ອກວດບັນດາຜູ້ທີ່ຖືກສົງໄສວ່າຕິດເຊື້ອພະຍາດCovid– 19.

ໃນວັນທີ 1 ເມສາ, ທ່ານ Mikhail Mishustinນາຍົກລັດຖະມົນຕີປະເທດລັດເຊຍໃຫ້ຮູ້ວ່າປະເທດນີ້ໄດ້ສະຫງວນເງິນ 1.400 ຕື້Rupe (17.87 ຕື້ USD) ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດCovid– 19 ກໍ່ຄືສະພາບການເສດຖະກິດຊຸດໂຊມ.

ວັນທີ 1 ເມສາ, ລັດຖະບານສ.ເຊັກໂກໄດ້ຕົກລົງແກ່ຍາວສະພາບການສຸກເສີນໄປຈົນຮອດວັນທີ 11 ພຶດສະພາຕາມການສະເໜີຂອງຄະນະກຳມະການວິກິດການສູນກາງ. ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງນີ້ຕ້ອງໄດ້ຮັບການຮັບຮອງເອົາຈາກສະພາຕ່ຳເຊັກໂກໃນກອງປະຊຸມ ເຊິ່ງຄາດວ່າຈະດຳເນີນໃນວັນທີ 7 ເມສາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ