ບັນດາປະເທດໃນໂລກກ່າວປະນາມເຫດວາງລະເບີດຢູ່ ສີລັງກາ

(VOVWORLD) - ວັນທີ 21 ເມສາ, ຕຳຫລວດ ສີລັງກາ ໃຫ້ຮູ້ວ່າ: ມີ 13 ເປົ້າໝາຍຖືກຈັບຕົວທີ່ກ່ຽວຂ້ອງເຖິງບັນດາເຫດວາງລະເບີດກ່ອນນັ້ນໃນວັນດຽວກັນ ອັນໄດ້ເຮັດໃຫ້ 228 ຄົນເສຍຊີວິດ ແລະ ອີກ 450 ຄົນຮັບບາດເຈັບຢູ່ປະເທດນີ້.
ບັນດາປະເທດໃນໂລກກ່າວປະນາມເຫດວາງລະເບີດຢູ່ ສີລັງກາ - ảnh 1ບັນດາປະເທດໃນໂລກກ່າວປະນາມເຫດວາງລະເບີດຢູ່ ສີລັງກາ (ພາບ: AFP/TTXVN) 

ທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremesinghe ໃຫ້ຮູ້ວ່າ: ບັນດາເປົ້າໝາຍຖືກຈັບຕົວລ້ວນແຕ່ເປັນພົນລະເມືອງ ສີລັງກາ ແລະ ບັ້ນຕາມລາຊອກຈັບຕົວການພວມໄດ້ຮັບການປະຕິບັດ ແນໃສ່ຊອກຫາຜູ້ຖືກສົງໄສອື່ນໆຕື່ມອີກ. ຄະນະກຳມະການພິເສດໄດ້ຮັບການສ້າງຕັ້ງຂຶ້ນເພື່ອສືບສວນເຫດການດັ່ງກ່າວ.

        ຕອນເຊົ້າວັນທີ 21 ເມສາ, ໄດ້ເກີດເຫດລະເບີດ 6 ຄັ້ງ ເບິ່ງຄືວ່າຖືກດຳເນີນໃນເວລາດຽວກັນຢູ່ໂບດ 3 ແຫ່ງ ແລະ ໂຮງແຮມ 3 ແຫ່ງໃນນະຄອນຫລວງ ໂກໂລມໂບ, ເທດສະບານເມືອງ Batticalao, Negombo. ຕອນບ່າຍໃນວັນດຽວກັນ, ກໍ່ເກີດເຫດລະເບີດອີກ 2 ຄັ້ງຢູ່ເຂດຊານນະຄອນຫລວງແມ່ນ Dehiwela ແລະ Dematagoda. ຕຳຫລວດໃຫ້ຮູ້ວ່າ: ມີເຫດວາງລະເບີດສະຫຼະຊີບ 2 ຄັ້ງ ໃນຈຳນວນເຫດວາງລະເບີດ 8 ຄັ້ງດັ່ງກ່າວ.

        ບັນດາປະເທດຄື: ເຢຍລະມັນ, ໂອຕະລິດ, ນິວຊີແລນ, ບາເຣັນ, ກາຕາ, ສະຫະລັດ ອາຣັບ ເອມີເລັດ (UAE), ອີຢິບ, ອາບການິດສະຖານ, ປາກິດສະຖານ, ມາເລເຊຍ, ສິງກະໂປ…ສືບຕໍ່ກ່າວປະນາມ ແລະ ສະແດງການແບ່ງເບົາຄວາມເສົ້າສະຫລົດໃຈກັບ ສີລັງກາ.

ຕອບກັບ

ຂ່າວ/ບົດ​ອື່ນ