ບັນ​ດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ຢ່າງ​ແທ້​ຈິງ

(VOVWORLD) -ຕອນເຊົ້າວັນທີ 19 ພະຈິກ, ກະຊວງການປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມອອນລາຍ ເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດ ບັນດາປະເທດ ອາຊຽນ ເປີດກ້ວາງ ( ADSOM+). 

ບັນ​ດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ຢ່າງ​ແທ້​ຈິງ - ảnh 1ກອງປະຊຸມອອນລາຍ ເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດ ບັນດາປະເທດ ອາຊຽນ ເປີດກ້ວາງ

(ADSOM+)

ທ່ານ ພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ADSOM+ ຂອງ ຫວຽດນາມ ໄດ້ເປັນປະທານກອງປະຊຸມດ້ວຍການເຂົ້າຮ່ວມຂອງ ຫົວໜ້າ ADSOM+ ບັນດາປະເທດອາຊຽນ, ບັນດາປະເທດຄູ່ຮ່ວມມື.

ໂດຍເປັນປະທານ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງ ບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືວ່າ ເຖິງວ່າ ໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ ການຮ່ວມມືດ້ານປ້ອງກັນຊາດ ຈະບໍ່ຖືກຢຸກສະຫງັກ. ທ່ານພົນໂທ ຫງວຽນຈີ໊ວິ້ງ ໃຫ້ຮູ້ວ່າ:

ກ່ອນຈັດກອງປະຊຸມນີ້, ບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມື ໄດ້ຈັດຕັ້ງບັນດາກອງປະຊຸມສຳຄັນທີ່ສຸດ, ນັ້ນແມ່ນ ກອງປະຊຸມສຸດຍອດອາຊຽນຄັ້ງທີ 37, ກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ບາງກອງປະຊຸມອື່ນໆ. ຂ້າພະເຈົ້າຫວັງວ່າ, ກອງປະຊຸມຄັ້ງນີ້ ຈະຊ່ວຍໃຫ້ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນເປີດກ້ວາງປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນໂຄງການຂອງບັນດາປະເທດອາຊຽນ ກໍ່ຄືບັນດາປະເທດຄູ່ຮ່ວມມືໃນປີ 2020.

ຢູ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ບົດບາດປະສານງານຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ໄດ້ຈັດຕັ້ງສຳເລັດບັນດາກອງປະຊຸມ ສຳຄັນໃນປີ ກໍ່ຄື ກອງປະຊຸມ ADSOM+ ອອນລາຍຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ